ສານທາງການຂອງນາຍົກລັດຖະມົນຕີ ສຸມໃສ່ຮັບມື,ແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸWIPHA

Chia sẻ

(VOVWORLD) - ຕອນຄ່ຳວັນທີ 3 ສິງຫາ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານທາງການເຖິງຄະນະກຳມະການປະຊາຊົນບັນດາແຂວງ ເຂດພູດອຍທາງພາກເຫນືອ ແລະ ພາກກາງ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ບັນດາກະຊວງ ຂະແຫນງການ ແລະ ອົງການມີຫນ້າທີ່ຄວາມຮັບຜິດຊອບ ກ່ຽວກັບເລື່ອງສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ WIPHA.

ທ່ານນາຍົກລັດຖະມົນຕີ  ສະເຫນີ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນສຸມໃສ່ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ ໂດຍໄວ ແລະ ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຊອກຫາຜູ້ຖືກຫາຍສາບສູນ ແລະ ຫນູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພທຳມະຊາດ. ນອກນັ້ນ ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ເລັ່ງລັດຜັນຂະຫຍາຍການຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກ, ນ້ຳຖ້ວມ, ລວບລວມຄວາມເສຍຫາຍ, ສົມທົບກັບບັນດາອົງການກ່ຽວຂ້ອງ ສຳຫລວດກວດກາ, ສະເຫນີ ນາຍົກລັດຖະມົນຕີ ພິຈາລະນາເພື່ອຫນູນຊ່ວຍບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທຳມະຊາດຕາມການກຳນົດ.

ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນຈາກໄພທຳມະຊາດ ແລະ ແບ່ງເບົາຄວາມຫຍຸ້ງຍາກ, ການເສຍຫາຍຕໍ່ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.

ຕອບກັບ