ສານຍຸຕິທຳສາກົນຮຽກຮ້ອງໃຫ້ອິດສະຣາແອນ ຢຸດທຸກການກະທຳດ້ານການທະຫານຢູ່ Rafah

Chia sẻ
(VOVWORLD) - ຄຳຕັດສິນຂອງສານຍຸຕິທຳສາກົນໄດ້ຮັບການສະໜັບສະໜູນ ຈາກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ. ອີຢິບ ໃຫ້ຮູ້ວ່າ: ປະເທດນີ້ໄດ້ສະໜັບສະໜູນຄຳຕັດສິນຂອງ ສານ ແລະ ຮຽກຮ້ອງໃຫ້ ອິດສະຣາແອນ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາໜ້າທີ່ຂອງຕົນຕາມສົນທິສັນຍາວ່າດ້ວຍການສະກັດກັ້ນ ແລະ ລົງໂທດຕໍ່ໂທດກຳດັບສູນເຊື້ອຊາດ.
ສານຍຸຕິທຳສາກົນຮຽກຮ້ອງໃຫ້ອິດສະຣາແອນ ຢຸດທຸກການກະທຳດ້ານການທະຫານຢູ່ Rafah - ảnh 1ສານ ICJ ອອກຄຳຕັດສິນໃນວັນທີ 24 ພຶດສະພາ
(ພາບ:CNN)

ວັນທີ 24 ພຶດສະພາ, ສານຍຸຕິທຳສາກົນ (ICJ) ໄດ້ອອກຄຳຕັດສິນຮຽກຮ້ອງໃຫ້ ອິດສະຣາແອນ ຢຸດບັນດາການກະທຳດ້ານການທະຫານຢູ່ນະຄອນ Rafah, ທາງທິດໃຕ້ເຂດ ກາຊາ. ນີ້ໄດ້ຮັບຖືວ່າແມ່ນຄຳຕັດສິນມີລັກສະນະບາດລ້ຽວ ມີຄວາມສາມາດເພີ່ມຄວາມກົດດັນຈາກສາກົນທີ່ມີຕໍ່ ອິດສະຣາແອນ ພາຍຫຼັງເວລາກ່ວາ 7 ເດືອນ ນັບແຕ່ການປະທະກັນເກີດຂຶ້ນຢູ່ເຂດ ກາຊາ.

        ໃນຄຳຕັດສິນຂອງຕົນ, ICJ ຮຽກຮ້ອງໃຫ້ອິດສະຣາແອນ ຢຸດຕິບັ້ນຮົບການທະຫານຢູ່ Rafah ກໍ່ຄືບັນດາການກະທຳໃດອາດຈະກໍ່ຄວາມບາດເຈັບລົ້ມຕາຍໃຫ້ແກ່ສາມັນຊົນ ປາແລດສະຕິນ ຢູ່ເຂດ ຊາກາ ໃນທັນທີ. ຄຳຕັດສິນກໍ່ຮຽກຮ້ອງໃຫ້ອິດສະຣາແອນ ສືບຕໍ່ເປີດດ່ານຊາຍແດນ Rafah ເຂົ້າເຂດ ກາຊາ ເພື່ອສະໜອງການຊ່ວຍເຫຼືອມະນຸດສະທຳ “ບໍ່ຖືກກີດຂວາງ”.

        ຄຳຕັດສິນຂອງສານຍຸຕິທຳສາກົນໄດ້ຮັບການສະໜັບສະໜູນ ຈາກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ. ອີຢິບ ໃຫ້ຮູ້ວ່າ: ປະເທດນີ້ໄດ້ສະໜັບສະໜູນຄຳຕັດສິນຂອງ ສານ ແລະ ຮຽກຮ້ອງໃຫ້ ອິດສະຣາແອນ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາໜ້າທີ່ຂອງຕົນຕາມສົນທິສັນຍາວ່າດ້ວຍການສະກັດກັ້ນ ແລະ ລົງໂທດຕໍ່ໂທດກຳດັບສູນເຊື້ອຊາດ.

        ທ່ານນາງລັດຖະມົນຕີການຕ່າງປະເທດ ອາບຟຣີກາໃຕ້ Naledi Pandor ຊົມເຊີຍຄຳຕັດສິນຫຼ້າສຸດຂອງ ICJ. ທ່ານນາງໄດ້ປະກາດວ່ານີ້ແມ່ນ “ຄຳຮຽກຮ້ອງຢຸດຍິງຈະແຈ້ງທີ່ສຸດ”.

        ສ່ວນໂຄສົກຂອງອຳນາດການປົກຄອງ ປາແລດສະຕິນ (PA) Nabil Abu Rudeined ໃຫ້ຮູ້ວ່າ: ປາແລດສະຕິນ ຊົມເຊີຍຄຳຕັດສິນຂອງ ICJ. ໃນຂະນະນັ້ນ, ກຳລັງອິດສະລາມ ຮາມາດ ຢູ່ເຂດ ກາຊາ ຮຽກຮ້ອງໃຫ້ ສປຊ ແລະ ປະຊາຄົມສາກົນກໍ່ຄວາມກົດດັນຕໍ່ ອິດສະຣາແອນ ເພື່ອໃຫ້ປະເທດນີ້ເຄົາລົບປະຕິບັດຕາມຄຳຕັດສິນດັ່ງກ່າວ.

ຕອບກັບ