ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ ວັນ​ທີ 27 ທັນ​ວາ

Chia sẻ
(VOVWORLD) -ຕາມຂໍ້ລິເລີ່ມຂອງຫວຽດນາມ, ຫວ່າງມໍ່ໆມານີ້, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ມະຕິວ່າດ້ວຍການຕົກລົງຖືເອົາວັນທີ 27 ທັນວາ ຂອງທຸກໆປີ ເປັນວັນປ້ອງກັນ, ສະກັດກັ້ນໂລກລະບາດສາກົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງສານກ່ຽວກັບວັນປ້ອງກັນ, ສະກັດກັ້ນໂລກລະບາດ ວັນທີ 27 ທັນວາ.
ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ ວັນ​ທີ 27 ທັນ​ວາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ໃນສານສະບັບດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ, ສ່ວນບຸກຄົນ ຈົ່ງຕອບສະໜອງ ແລະ ຜັນຂະຫຍາຍມະຕິກ່ຽວກັບວັນປ້ອງກັນ, ສະກັດກັ້ນໂລກລະບາດຢ່າງສຸດໃຈ ແລະ ມີປະສິດທິຜົນ, ໃນນັ້ນ ເອົາໃຈເປັນພິເສດເຖິງ 3 ເນື້ອໃນດັ່ງນີ້: ເພີ່ມທະວີການສົມທົບກັນດ້ານນະໂຍບາຍ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືສາກົນ ກໍຄືຄວາມມານະພະຍາຍາມຂອງບັນດາກົນໄກຫຼາຍຝ່າຍໃນການຄຸ້ມຄອງທົ່ວໂລກ; ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ, ບຸລິມະສິດແຖວໜ້າແມ່ນປ້ອງກັນສຸຂະພາບ, ຊີວິດອິນຊີຂອງມະມຸດ; ເປັນເຈົ້າການຮັບມືໃນໄລຍະ “ປົກກະຕິໃໝ່”, ຜັນຂະຫຍາຍມາດຕະການຮັບປະກັນການປ້ອງກັນ, ສະກັດກັ້ນໄປຄຽງຄູ່ກັບການຟື້ນຟູເສດຖະກິດໃຫ້ຄົບຊຸດ ແລະ ກົມກ່ຽວ, ສ້າງຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂ້າມຊາຍແດນ, ຮັກສາບັນດາລະບົບສະໜອງ, ໂດຍສະເພາະແມ່ນປະເພດສິນຄ້າທີ່ຈຳເປັນ, ສະບຽງອາຫານ, ອຸປະກອນການແພດ...

ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ. ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດການອັນສູງສົ່ງນີ້./

 

ຕອບກັບ