ສ້າງ​ລະບົບ​ການ​ກວດ​ ​ແລະ ປິ່ນ​ປົວ​ພະຍາດ​ໂຄ​ວິດ - 19 ສໍາລັບ​ສະ​ມາ​ຊິກ​ອົງການ​ຕາງໜ້າຫວຽດນາມ ປະ​ຈໍາ ​ຢູ່ຕ່າງ​ປະ​ເທດ

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍໃຫ້ຄໍາເຫັນຊີ້ນໍາກ່ຽວກັບລະບົບການກວດ, ປິ່ນປົວພະຍາດໂຄວິດ - 19 ສໍາລັບສະມາຊິກອົງການຕາງໜ້າຫວຽດນາມ ປະຈໍາ ຢູ່ຕ່າງປະເທດ. 
ສ້າງ​ລະບົບ​ການ​ກວດ​ ​ແລະ ປິ່ນ​ປົວ​ພະຍາດ​ໂຄ​ວິດ - 19 ສໍາລັບ​ສະ​ມາ​ຊິກ​ອົງການ​ຕາງໜ້າຫວຽດນາມ ປະ​ຈໍາ ​ຢູ່ຕ່າງ​ປະ​ເທດ - ảnh 1ການກວດວິໄຈຫາເຊື້ອໄວຣັດ SARS -CoV- 2 (ພາບ:TTXVN)

ລະອຽດ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຫັນດີຕໍ່ແຜນນະໂຍບາຍງົບປະມານແຫ່ງລັດ ກ່ຽວກັບການຈ່າຍຄ່າກວດ ແລະ ປິ່ນປົວພະຍາດໂຄວິດ - 19 ທີ່ບໍ່ນອນໃນຂອບເຂດການຊໍາລະຕາມສັນຍາປະກັນໄພ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງການຕ່າງປະເທດຫວຽດນາມ ເປັນເຈົ້າພາບ, ສົມທົບກັບກະຊວງການເງິນ, ກະຊວງຍຸຕິທໍາ ແລະ ບັນດາອົງການກ່ຽວຂ້ອງ ຈົ່ງສ້າງມະຕິຍື່ນສະເໜີຕໍ່ລັດຖະບານພິຈາລະນາ ແລະ ຕົກລົງໂດຍດ່ວນ. 

ຕອບກັບ