ສ້າງຕັ້ງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່່າງຜິດກົດໝາຍ (IUU)

Chia sẻ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະ.
ສ້າງຕັ້ງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່່າງຜິດກົດໝາຍ (IUU) - ảnh 1 (ພາບປະກອບ: TTXVN)

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍລົງນາມໃນຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມກົດລະບຽບ ເຊິ່ງເອີ້ນຫຍໍ້ວ່າ ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບ IUU. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະ. ຄະນະຊີ້ນໍາແຫ່ງຊາດກ່ຽວກັບ IUU ມີໜ້າທີ່ເປັນເສນາທິການ, ຊ່ວຍນາຍົກລັດຖະມົນຕີໃນການຊີ້ນໍາ, ສົມທົບແກ້ໄຂບັນດາວຽກງານສໍາຄັນ, ລະຫວ່າງຂະແໜງການ ທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ເຊິ່ງຂຶ້ນກັບສິດອໍານາດຂອງນາຍົກລັດຖະມົນຕີ. ຊີ້ນໍາ, ເລັ່ງລັດ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍ, ປະຕິບັດວຽກງານການປ້ອງກັນ, ຕ້ານການຂຸດຄົ້ນ IUU ຕອບສະໜອງຕາມທໍານຽມສາກົນ, ສົນທິສັນຍາ, ສັນຍາສາກົນສະບັບຕ່າງໆ ເຊິ່ງຫວຽດນາມ ເຂົ້າຮ່ວມການລົງນາມ ແລະ ໃຫ້ເໝາະສົມກັບຂໍ້ກໍານົດຂອງບັນດາອົງການກ່ຽວກັບອາຊີບຫາປາໃນພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ.


ຕອບກັບ