ສາ​ກົນ ຕີ​ລາ​ຄາ​ສູງ​ຄວາມ​ສ​າ​ມາດ​ຮັບ​ມື​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

Chia sẻ
(VOVWORLD) -  ດ້ວຍຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ທີ່ຈົດທະບຽບໃໝ່ໃນ 6 ເດືອນຕົ້ນປີ 2023 ເພີ່ມຂຶ້ນປະມານ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຫວຽດນາມ ແມ່ນປະເທດທີ່ດຶງດູດ FDI ຍ້ອນມີທ່າອ່ຽງຫັນປ່ຽນການຜະລິດ, ລົງນາມໃນສັນຍາການຄ້າເສລີຫຼາຍສະບັບ, ບວກກັບແງ່ຫວັງການເຕີບໂຕໄລຍະກາງທີ່ດີ, ທ່ວງທ່າການເຕີບໂຕນັບມື້ນັບເພີ່ມຂຶ້ນ ແລະ ລະບົບນິເວດເອເລັກໂຕນິກ ນັບມື້ນັບພັດທະນາ
ສາ​ກົນ ຕີ​ລາ​ຄາ​ສູງ​ຄວາມ​ສ​າ​ມາດ​ຮັບ​ມື​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ສຳນັກງານທະນາຄານໂລກ (WB) ຢູ່ ວໍຊິງຕັນ, ອາເມລິກາ (ພາບ: AFP/TTXVN)

ສະພາບແວດລ້ອມດຳເນີນທຸລະກິດຢ່າງສະດວກ, ການເຕີບໂຕເສດຖະກິດເປັນປົກກະຕິ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ບັນດາການປ່ຽນແປງນະໂຍບາຍ  ໄດ້ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດແຖວໜ້າກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ. ທະນາຄານໂລກ ແລະ ກອງທຶນເງິນຕາສາກົນ ຄາດຄະເນວ່າ ບັນດາພື້ນຖານເສດຖະກິດທີ່ພວມພັດທະນາຄື ຫວຽດນາມ ຈະໄດ້ເຫັນປະຈັກຕາການຟື້ນຟູຢ່າງແຮງກວ່າໃນອະນາຄົດໃກ້ໆນີ້ ໃນຂະນະທີ່ເສດຖະກິດທົ່ວໂລກມີການຊຸດໂຊມ. ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະຟື້ນຟູໃນໄລຍະ 6 ເດືອນທ້າຍປີ 2023 ນີ້, ທັງປີຈະບັນລຸປະມານ 4,7%.

        ຕາມການສັງເກດຂອງທະນາຄານ DBS, ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ແລ້ວ, ດ້ວຍຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ທີ່ຈົດທະບຽບໃໝ່ໃນ 6 ເດືອນຕົ້ນປີ 2023 ເພີ່ມຂຶ້ນປະມານ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຫວຽດນາມ ແມ່ນປະເທດທີ່ດຶງດູດ FDI ຍ້ອນມີທ່າອ່ຽງຫັນປ່ຽນການຜະລິດ, ລົງນາມໃນສັນຍາການຄ້າເສລີຫຼາຍສະບັບ, ບວກກັບແງ່ຫວັງການເຕີບໂຕໄລຍະກາງທີ່ດີ, ທ່ວງທ່າການເຕີບໂຕນັບມື້ນັບເພີ່ມຂຶ້ນ ແລະ ລະບົບນິເວດເອເລັກໂຕນິກ ນັບມື້ນັບພັດທະນາ. ໃນຂະນະນັ້ນ,  ທ່ານນາງ Yun Liu, ນັກຊ່ຽວຊານດ້ານເສດຖະກິດ ທີ່ຄົ້ນຄວ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້, ທະນາຄານ HSBC ໄດ້ຕີລາຄາວ່າ ເສດຖະກິດ ຫວຽດນາມ ພວມເຄື່ອນໄຫວໄດ້ເປັນຢ່າງດີກວ່າ ເມື່ອທຽບໃສ່ບັນດາປະເທດສ່ວນໃຫຍ່ ແລະ ຍັງແມ່ນປະເທດທີ່ດູດດື່ມສຳລັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນຂົງເຂດການຜະລິດ.

ຕອບກັບ