ສະໜອງການບໍລິການສາທາລະນະຕື່ມອີກເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ-19

Chia sẻ
(VOVWORLD) -  ວັນທີ 11 ພຶດສະພາ, ຫ້ອງວ່າການລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ວັນທີ 12 ພຶດສະພາ, ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ຈະສະໜອງ 6 ການບໍລິການສາທາລະນະຕື່ມອີກ ເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19.

        ຄາດວ່າ, ບັນດາການບໍລິການສາທາລະນະໃໝ່ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ຈະໜູນຊ່ວຍໃຫ້ຊາວຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ປະມານ 4 ລ້ານຄົນ; ພ້ອມທັງຫຍໍ້ເວລາປະຕິບັດແຕ່ 6 – 10 ມື້ສຳລັບແຕ່ລະເປົ້າໝາຍ ເມື່ອທຽບໃສ່ການຜັນຂະຫຍາຍໂດຍກົງ.

        ພາຍຫລັງຜັນຂະຫາຍມາເປັນເວລາ 6 ເດືອນ, ນັບແຕ່ 8 ກຸ່ມການບໍລິການທຳອິດ, ປັດຈຸບັນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດໄດ້ເພີ່ມຂຶ້ນ 389 ການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດ.

ຕອບກັບ