ສະເໜີປື້ມ “ຮ່ວມມືພ້ອມກັນພັດທະນາຢູ່ບັນດາເຂດທະເລໃນກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ”

Chia sẻ
ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່​ສານ ຫວຽດນາມ ​ໄດ້​ແນະ​ນຳ​ປື້​ມ “ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​ບັນດາ​ເຂດ​ທະ​​ເລ​ໃນ​ກົດໝາຍ ​ແລະ ພຶດຕິ​ກຳຕົວ​ຈິງ​ສາກົນ” ປື້ມມີ​ເນື້ອ​ໃນ​ໂຄສະນາ​ກ່ຽວ​ກັບ​ຊາຍ​ແດນຂອງ​ປະ​ເທດ​ຊາດ
ສະເໜີປື້ມ “ຮ່ວມມືພ້ອມກັນພັດທະນາຢູ່ບັນດາເຂດທະເລໃນກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ” - ảnh 1
ພາບປະກອບ

(vovworld) – ວັນ​ທີ 18/6, ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່​ສານ ຫວຽດນາມ ​ໄດ້​ແນະ​ນຳ​ປື້​ມ “ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​ບັນດາ​ເຂດ​ທະ​​ເລ​ໃນ​ກົດໝາຍ ​ແລະ ພຶດຕິ​ກຳຕົວ​ຈິງ​ສາກົນ” ປື້ມມີ​ເນື້ອ​ໃນ​ໂຄສະນາ​ກ່ຽວ​ກັບ​ຊາຍ​ແດນຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ຜະລິດ​ຕະພັນ​ນອນ​ໃນ​ໂຄງການ “ກໍ່ສ້າງ​ລະບົບ​ເອກະສານ​ໂຄສະນາ​ທາງ​ສື່​ມວນ​ຊົນ ​ແລະ ຫາງ​ສຽງ” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ເປັນ​ເຈົ້າພາບ ເຊິ່ງ​ຂຶ້ນ​ກັບ​ແຜນຮ່າງ “ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ” ແບບ​ຍືນ​ຍົງ. ປື້​ມດັ່ງກ່າວ​ໂດຍ ຮອງ​ສາດສະດາຈານ, ດຣ ຫງວຽນ​ບາຢ໋ຽນ, ຜູ້ອຳນວຍການ​ສູນ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ການ​ເດີນ​ທະ​ເລ​ສາກົນ, ຫົວໜ້າ​ວິຊາ​ກົດໝາຍ​ສາກົນ (ມະຫາວິທະຍາ​ໄລ​ແຫ່ງຊາດ ຮ່າ​ໂນ້ຍ) ຮຽບຮຽງ, ດ້ວຍ​ຈຸດປະສົງ ຄົ້ນຄວ້າ ແລະ ປຶ​ກສາ​ຫາລື ບັນດາ​ບັນຫາ​ພື້ນຖານ ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວຈິງຂອງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂຸດ​ຄົ້ນ​ລວມ​ໃນ​ກົດໝາຍ​ທະ​ເລ​ສາກົນ. ປື້​ມ “ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​ບັນດາ​ເຂດ​ທະ​​ເລ​ໃນ​ກົດໝາຍ ​ແລະ ພຶດຕິ​ກຳຕົວ​ຈິງ​ສາກົນ” ​ໄດ້​ແນະນຳ ​ແລະ ປຶກສາຫາລື, ອະທິບາຍ​ບັນດາ​ບັນຫາ​ຄື: ສັງ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ຂຸດຄົ້ນລວມ​ຢູ່ບັນດາ​ເຂດ​ທະ​ເລ, ພື້ນຖານ​ວິທະຍາສາດຂອງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ລວມບົນ​ທະ​ເລ​ເວົ້າ​ລວມ ​ແລະ ຢູ່​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ, ບັນດາ​ຮູບ​ແບບ​ຂຸດ​ຄົ້ນ​ລວມ​ໃນ​ໂລກ, ບົດຮຽນ​ສ້າງ​ຕັ້ງ​ບັນດາ​ຂໍ້​ຕົກລົງ (ສັນຍາ) ຂຸດ​ຄົ້ນ​ລວມຂອງ​ບັນດາ​ປະ​ເທດ, ບັນຫາ​ນຳ​ໃຊ້​ບັນດາ​ຮູບ​ແບບ​ຮ່ວມ​ມື​ຂຸດ​ຄົ້ນ​ລວມ ​ທີ່ດີເດັ່ນ​ໃນໂລກ ແລະ ໃນ​ທະ​ເລ​ຕາ​ເວັນ​ອອກ - ບັນດາ​ຂໍ້​ສະ​ເໜີ​ແນະ ​ແລະ ມາດ​ຕະການ​ແກ້ໄຂສຳລັບ ຫວຽດນາມ.