ສະເໜີຕົວສະໂມສອນບັນການັກວິທະຍາສາດຫວຽດນາມ ທຳອິດຢູ່ ອົດສະຕາລີ

Chia sẻ
(VOVWORLD) - ຫວ່າງມໍ່ໆມານີ້, ພິທີສະເໜີຕົວສະໂມສອນບັນດານັກວິທະຍາສາດ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດ Queensland, ໄດ້ຈັດຕັ້ງຢູ່ນະຄອນ Brisbane. ນີ້ແມ່ນຮູບແບບການເຄື່ອນໄຫວທຳອິດ, ເພື່ອແນໃສ່ເຕົ້າໂຮມ, ເຊື່ອມຕໍ່, ລະດົມກຳລັງແຮງດ້ານພຸມປັນຍາຂອງບັນດານັກວິທະຍາສາດຊາວ ຫວຽດນາມ ຢູ່ ອົດສະຕາລີ ມທີ່ມີຄວາມປາດຖະໜາຮ່ວມຢາກໄດ້ປະກອບສ່ວນໃຫ້ແກ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຂອງປະເທດຊາດ. 

ສະເໜີຕົວສະໂມສອນບັນການັກວິທະຍາສາດຫວຽດນາມ ທຳອິດຢູ່ ອົດສະຕາລີ - ảnh 1 ທີ່ປຶກສາ ເຈີ່ນໂກງອຽນ ກ່າວຄຳເຫັນທີ່ພິທີສະເໜີຕົວ

 (ພາບ: vietnam+)

ສະໂມສອນລວມມີສະມາຊິກ 30 ຄົນ, ເຊິ່ງແມ່ນບັນດາສາດສະດາຈານ, ປອ, ນັກຄົ້ນຄ້ວາ, ອາຈານສອນເຮັດວຽກຢູ່ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ວິສາຫະກິດ, ອົງການຈັດຕັ້ງ  ແລະ ສະນັກງານ, ອຳນາດການປົກຄອງລັດ Queensland ຫຼາຍແຫ່ງ ໃນຂົງເຂດຕ່າງໆຄື: ເຕັກໂນໂລຢີ ນາໂນ, ເຕັກນິກການກໍ່ສ້າງ, ພະລັງງານ, ຊັບພະຍາກອນບໍ່ແຮ່…

        ທີ່ພິທີສະເໜີຕົວສະໂມສອນ, ບັນດານັກວິທະຍາສາດໄດ້ສຸມໃສ່ແລກປ່ຽນຄຳເຫັນ, ປຶກສາຫາລືວິທີການເຄື່ອນໄຫວຂອງສະໂມສອນ, ບັນດາຮູບແບບເພື່ອອາດຈະເຊື່ອມຕໍ່, ເຂົ້າຮ່ວມໂດຍກົງເຂົ້າໃນການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີຂອງ ຫວຽດນາມ, ໜູນຊ່ວຍການຖ່າຍທອດເຕັກໂນໂລຢີຂອງລັດ, ຊອກຫາບັນດາແຫຼ່ງເງິນອຸປະຖຳ, ປະຕິບັດບັນດາຫົວເລື່ອງຮ່ວມມືຄົ້ນຄ້ວາລວມ, ໜູນຊ່ວຍການສຶກສາ ແລະ ຝຶກອົບຮົມໃຫ້ບັນດາພະນັກງານວິທະຍາສາດໜຸ່ມຂອງ ຫວຽດນາມ.

ຕອບກັບ