ສະເຫຼີມສະຫຼອງ84ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຢູ່ສະຫະພັນລັດເຊຍ

ດ້ຽບແອງ,ດວານຫາຍ,ນັກຂ່າວVOVປະຈຳລັດເຊຍ.
Chia sẻ
ວັນ​ທີ 22/3, ຢູ່​ມົດ​ສ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ຄະ​ນະ​ຊາວ​ໜຸ່ມ ກອມ​ມູ​ນິດ ໂຮ່​ຈີ​ມິນ ປະ​ຈ​ຳ ສະ​ຫະ​ພັນ ລັດ​ເຊຍ
ສະເຫຼີມສະຫຼອງ84ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຢູ່ສະຫະພັນລັດເຊຍ - ảnh 1

(vovworld) – ​ວັນ​ທີ 22/3, ຢູ່​ມົດ​ສ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ຄະ​ນະ​ຊາວ​ໜຸ່ມ ກອມ​ມູ​ນິດ ໂຮ່​ຈີ​ມິນ ປະ​ຈ​ຳ ສະ​ຫະ​ພັນ ລັດ​ເຊຍ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມ ກອມມ​ູ​ນິດ ໂຮ່​ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຟ້າມ​​ດືກ​ວີງ, ຮອງ​ເລ​ຂາ​ຄະ​ນະ​ພັກ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ໃນ​ທ​ຸກໆ​ຂະ​ບວນ​ການ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ. ພ້ອມ​​ກັນ​ນັ້​ນ, ທ່ານ ຟ້າມ​ດືກວີງ, ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ທຸກໆ​ຜົນ​ງານ​ຂອງ ຫວຽດ​ນາມ ໄດ້ ແລະ ຈະ​ສືບ​ຕໍ່​​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ ເຖິງວ່າ​ຈະຢູ່​ຫ່າງ​​ໄກຈາກ​ປະ​ເທດ​ຊາດ. ທ່ານ​ກ່າວ​ວ່າ:

        “ປີນີ້, ພ​ວກ​ເຮົາ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ຢ່າງ​ສົມ​ກຽດ. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ຍິ່ງ ແລະ ຕິດ​ພັກ​ກັບ​ການ​ນຳ​ພາ​ຂອງ​ພັກ, ຂອງ​ປະ​ທານ ໂຮ່​ຈີ​ມິນ ສຳ​ລັບ​ພາ​ລ​ະ​ກິດ​ພັດ​ທະ​ນາ​ຂອງ​ຊາວ​ໜຸ່ມ, ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ ແລະ ສຳ​ລັບ​ອົງ​ການ​ພັກ​ຂອງ​ພວກ​ເຮົາ… ດ້ວຍ​ບັນ​ດາ​ຜົນ​ງານ​ຂອງ​ບັນ​ດາ​ສະ​ຫາຍ​ໃນ​ປີ​ຜ່ານ​ມາ, ໂດຍ​ຕ​າງ​ໜ້າ​ໃຫ້​ຄະ​ນະ​ພັກ ແລະ ການ​ນຳ​ສະ​ຖານ​ທູດ, ພວກ​ຂ້າ​ພະ​ເຈົ້າ​ຍ້ອງຍ​ໍ​ຊົມ​ເຊີຍ​ຈິດ​ໃຈ​ຂອງ​ບັນ​ດາ​ສະ​ຫາຍ ແລະ ອວຍ​ພອນ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ​ທຸກ​ຄົນ​ຮ່ຳ​ຮຽນ​ເປັນ​ຢ່າງ​ດີ​ກ່​ວາ​ອີກ, ອອກ​ແຮງ​ງານ​ດີ​ກ່​ວາ​ອີກ ແລະ ຝຶກ​​ຝົນຫຼໍ່ຫຼອມ​ດີ​ກ່​ວາ​ອີກ​ເພື່ອ​ສົມ​ເປັນ​ກຳ​ລັງ​ເພີ່ມ​ເຕີມຂອງ​ພັກ​.”

        ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຊາວ​ໜຸ່ມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ໄດ້​ຕົກ​ລົງ​ມອບ​ໃບ​ຍ້ອງ​ຍໍ​ໃຫ້ 13 ໝູ່​ຄະ​ນະ ແລະ 161 ສ່ວນ​ບຸກ​ຄົນ​​ທີ່ມີ​ຜົນ​ງານ​ດີ​ເດັ່​ນ​ໃນ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ໃນ​ປີ 2014 ຜ່ານ​ມາ.