ແຂວງ ຮຶງອຽນ ຈັດງານວາງສະແດງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ (ພາບ: TTXVN) |
ທີ່ແຂວງ ຮຶງອຽນ ໄດ້ດຳເນີນງານວາງສະແດງ ສະແດງຮູບພາບ, ເອກະສານກ່ວາ 200 ຢ່າງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ.
ທີ່ແຂວງ ທ໊າຍງວຽນ, ຕອນຄ່ຳວັນທີ 18 ພຶດສະພາ ໄດ້ດຳເນີນລາຍການສິລະປະພິເສດຂ່ຳນັບຮັບຕ້ອນ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ບັນດານັກສິລະປິນ, ນັກສະແດງໄດ້ສ້າງລາຍການສິລະປະທີ່ເປັນເອກະລັກສະເພາະເກືອບ 20 ລາຍການຢ່າງລະອຽດລະອໍ, ສະຫງ່າລາສີ ທີ່ສະແດງໃຫ້ເຫັນນ້ຳໃຈຮັກແພງຂອງດິນແດນ, ຊາວທ໊າຍງວຽນ ທີ່ມີຕໍ່ເພິ່ນ.
ແລະກໍ່ໃນວັນດຽວກັນ, ແຂວງ ອານຢາງ ກໍ່ໄດ້ຈັດຕັ້ງລາຍການພົບປະແລກປ່ຽນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ.