ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ໜູນ​ຊ່ວຍ ລີ​ບັງ

Chia sẻ
(VOVWORLD) -ປະຊາຊົນ ລີບັງ ຕ້ອງການການຊ່ວຍເຫຼືອທີ່ສຸດໃນຈຸດເວລາວິກິດການນີ້.
ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ໜູນ​ຊ່ວຍ ລີ​ບັງ - ảnh 1 ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ(ພາບ: TTXVN)

ວັນທີ 10 ສິງຫາ ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍ ລີບັງ. ກ່າວຄຳເຫັນຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳຢູ່ ລີບັງ, ທ່ານ Guterres ໃຫ້ຂໍ້ສັງເກດວ່າ ປະຊາຊົນ ລີບັງ ຕ້ອງການການຊ່ວຍເຫຼືອທີ່ສຸດໃນຈຸດເວລາວິກິດການນີ້, ພິເສດແມ່ນແມ່ຍິງ ແລະ ເດັກຍິງ. ທ່ານ Guterres ກໍ່ຮຽກຮ້ອງເປີດການສືບສວນ ແລະ ການປະຕິຮູບປະເທດ ລີບັງ ຄືນໃໝ່. ທ່ານ Guterres ຖະແຫຼງວ່າ ສະຫະປະຊາຊາດ ຈະ     ຄຽງໄຫຼ່ກັບ ລີບັງ ຜ່ານຜ່າວິກິດການປະຈຸບັນ ແລະ ໜູນຊ່ວຍປະເທດນີ້ຟື້ນຟູຍ້ອນນີ້ແມ່ນຈຸດເວລາທີ່ຕ້ອງຄວາມສາມັກຄີ ແລະ ປ່ຽນແປງເພື່ອບັນດາສິ່ງທີ່ດີງາມກ່ວາອີກ.

ກໍ່ໃນວັນທີ 10 ສິງຫາ, ສະຫະປະຊາຊາດ ແລະ ຝລັ່ງ ໄດ້ຈັດກອງປະຊຸມຜ່ານທາງອອນລາຍ ກ່ຽວກັບການໜູນຊ່ວຍໃຫ້ແກ່ ລີບັງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 30 ປະເທດໃນໂລກ, ສະຫະພາບເອີລົບ (EU), ສະຫະພັນ ອາຣັບບິ, ຜູ້ຕາງໜ້າທະນາຄານໂລກ (WB),  ສະພາກາແດງ, ທະນາຄານການລົງທຶນ ເອີລົບ, ທະນາຄານພັດທະນາ ແລະ ກໍ່ສ້າງ ເອີລົບ. ບັນດາຝ່າຍໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍໃຫ້ແກ່ ລີບັງ ດ້ວຍຍອດມູນຄ່າເກືອບ 253 ລ້ານ euro (298 ລ້ານ USD) ແລະ ຈະໜູນຊ່ວຍໄລຍະຍາວໃຫ້ແກ່ ລີບັງ ໂດຍອີງໃສ່ບັນດາການປ່ຽນແປງເຊິ່ງວົງການເຈົ້າໜ້າທີ່ມີຄວາມອາດສາມາດປະຕິບັດ.

 

ຕອບກັບ