ສະຫະປະຊາຊາດຈັດກອງປະຊຸມຄົບຄະນະຄັ້ງທຳອິດ ພາຍຫລັງ 6 ເດືອນ

Chia sẻ
(VOVWORLD) - ຕາມແຜນການແລ້ວ ອາຍຸການຂອງຜູ້ພິພາກສາພວມປະຈຳການ 7 ຄົນນັ້ນ ຈະໝົດກຳນົດເວລາໃນວັນທີ 30 ກັນຍາ ຈະມາເຖິງນີ້.
ສະຫະປະຊາຊາດຈັດກອງປະຊຸມຄົບຄະນະຄັ້ງທຳອິດ ພາຍຫລັງ 6 ເດືອນ - ảnh 1(ພາບປະກອບ) 

  ວັນທີ 24 ສິງຫາ, 166 ປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 30 ຂອງສົນທິສັນຍາ (SPLOS) ແລະ ປ່ອນບັດລັບ ເພື່ອເລືອກຕັ້ງຜູ້ພິພາກສາສານສາກົນ 7 ຄົນ ກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS) ອາຍຸການ 2020 – 2029. ໝາກຜົນການນັບບັດໄດ້ສະແດງໃຫ້ເຫັນວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງຂອງປະເທດ ກາເມີຣຸນ, ຈີນ, ຈີເລ, ມານຕ້າ, ອີຕາລີ ແລະ ຢູແກຼນ ໄດ້ຮັບການເລືອກຕັ້ງໃນຮອບທຳອິດ.

        ITLOS ໄດ້ສ້າງຂຶ້ນຕາມ UNCLOS, ລວມມີສະມາຊິກ 21 ຄົນ ໂດຍບັນດາປະເທດສະມາຊິກສົນທິສັນຍາເລືອກຕັ້ງ. ຕາມແຜນການແລ້ວ ອາຍຸການຂອງຜູ້ພິພາກສາພວມປະຈຳການ 7 ຄົນນັ້ນ ຈະໝົດກຳນົດເວລາໃນວັນທີ 30 ກັນຍາ ຈະມາເຖິງນີ້.

ຕອບກັບ