ສະຫະປະຊາຊາດ, ລັດເຊຍ, ອາເມລິກາ ກະກຽມຈັດກອງ ປະຊຸມກ່ຽວກັບບັນຫາ ຊີຣີ

Chia sẻ

ສະຫະປະຊາຊາດ, ລັດ​ເຊຍ, ອາ​ເມ​ລິ​ກາ ກະກຽ​ມຈັດກ​ອງປະຊຸມ​ກ່ຽວ​ກັບບັນຫາ ຊີຣີ

ສະຫະປະຊາຊາດ, ລັດເຊຍ, ອາເມລິກາ ກະກຽມຈັດກອງ ປະຊຸມກ່ຽວກັບບັນຫາ ຊີຣີ - ảnh 1
ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Mikhail Bogdanov
(ພາບ: Reuters)

(vovworld) - ​​ແຫຼ່ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທ​ດ ລັດ​ເຊຍ ​ເມື່ອ​ວັນ​ທີ 30/5 ​ໃຫ້​ຮູ້​ວ່າ: ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ໃນ​ອາທິດ​ໜ້າ ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ຝ່າຍຕ່າງໆ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຊີຣີ ​​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ. ຕາມ​ແຫຼ່ງຂ່າວ​ນີ້​ແລ້ວ, ຄາດ​ວ່າການ​ພົບ​ປະ 3 ຝ່າຍຈະ​ຈັດ​ຕັ້ງ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໃນ​ວັນ​ທີ 5/6 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຜູ້ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ການ​ເມື​ອງ ທ່ານ Jeffrey Feltman, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Mikhail Bogdanov ​ແລະ ທ່ານຮອງລັດຖະມົນຕີການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຜູ້​ຮັບຜິດ​ຊອບ​ບັນຫາ​ການ​ເມືອງ Wendy Sherman.

​ໃນ​ສະພາບ​ການທີ່ກ່ຽວຂ້ອງ, ພັນທະມິດຊົນຊາດ ຊີຣີ (SNC), ​ເຊິ່ງ​ແມ່ນ​ຝ່າຍ​ຄ້ານ​ຕົ້ນ​ຕໍ່​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ ຝ່າຍ​ຕາ​ເວັນ​ຕົກ​ຢູ່ ຊີຣີ, ຖະ​ແຫຼ​ງວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະ​ຈາ ​ໂດຍ ລັດ​ເຊຍ - ອາ​ເມ​ລິ​ກາ ອະ​ປະຖຳ. ​ໂຄສົກ​ຂອງ SNC ​ເນັ້ນ​ໜັກ​ວ່າ: “SNC ຈະ​ບໍ່​ເຂົ້າ​ຮ່ວມ​ບໍ່ວ່າ​ກອງ​ປະຊຸມ​ສາກົນ​ໃດໆ ​ເມື່ອ​ບັນດາ​ມື​ປືນ​ຂອງ ອີຣານ ​ແລະ ຂະ​ບວນການ​ອິດສະ​ລາມ Hezbolla ຍັງ​ແຊກ​ແຊງ​ເຂົ້າ ຊີຣີ”. ໃນ​ກອງ​ປະຊຸມ​ຂອງ​ບັນດາ​ຝ່າ​ຍຄ້ານ​ຢູ່ ຊີຣີ ​ທີ່ດຳ​ເນີນ​ເມື່ອ​ວັນ​ທີ 30/5, ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່ການ​ເຈລະຈາ​ຢູ່ ​ເຊີ​​ແນວ, ຫົວໜ້າ​ຂອງ​ຝ່າຍ​ຄ້ານພັກ​ຊາວ​ໜຸ່ມ​ໄດ້​ຕຳ​ນິຕິ​ຕຽນ​ບັນດາ​ເງື່ອນ​ໄຂ​​ເຊິ່ງ SNC ວາງ​ອອກ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ກັບ​ລັດຖະບານ​ປະ​ເທດນີ້, ຖື​ວ່າ SNC ບໍ່​ສາມາດ​ຕາງໜ້າ​ໃຫ້​ປະຊາຊົນ ຊີຣີ ທຸກ​ຄົນ​​ໃນ​ການ​ເຈລະຈາ​ສັນຕິພາບ​ໄດ້. ​ໃນ​ຂະນະ​ນັ້ນ, ວັນ​ທີ 30/5, ທ່ານ​ປະທານາທິບໍດີ ຊີຣີ Bashar al Assad ​ໄດ້​ຮັບ​ຮູ້​ວ່າບັນດາ​ລູກ​ສອນ​ໄຟປ້ອງ​ກັນ​ອາກາດ S300 ທີ່ຊື້​ຂອງ ລັດ​ເຊຍ ​ໄດ້ມີໜ້າ​ຢູ່ ຊີຣີ ​ແລ້ວ.