ສະຫຼຸບ 5 ປີ ຂະບວນການ ອອກແຮງງານຢ່າງມີຫົວຄິດປະດິດສ້າງ

Chia sẻ

ສະຫຼຸບ 5 ປີ ຂະ​ບວນການ​ອອກ​ແຮງງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ

ສະຫຼຸບ 5 ປີ ຂະບວນການ ອອກແຮງງານຢ່າງມີຫົວຄິດປະດິດສ້າງ - ảnh 1
( ພາບປະກອບ )

(vovworld) ”ດ້ວຍ​ຈຳນວນ​ເງິນ​ກວ່າ 9.200 ຕຶ້ດົ່ງທີ່​ປະຢັດ​ໄດ້ຈາກການ​ອອກ​ແຮງງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ບັນດາ​ຫົວ​ເລື່ອງ​ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ກຳມະກອນ, ພາລະ​ກອນ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ”. ນັ້ນ​ແມ່ນ​ຜົນງານ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ກອງ​ປະຊຸມ​ສະຫຼຸບ​ຂະ​ບວນການ​ແຂ່ງຂັນ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໄລຍະ 2007-2012, ​ໂດຍ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/8 ຢູ່​ນະຄອນໂຮ່ຈີ​ມິນ. ​ໃນ​ໄລຍະ​ແຕ່​ນີ້​ເຖິງ​ປີ 2016, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ກຳນົດ​ຂະ​ບວນການ​ແຂ່ງຂັນ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​​ແມ່ນມຸ່ງ​ໄປ​ເຖິງ​ຄາດໝາຍຂຸດ​ຄົ້ນບັນດາ​ແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ການ​ບໍລິການ, ການ​ປະຢັດ, ຫຼຸ​ດຜ່ອນ​ລາຄາ​ຜະລິດ​ຕະພັນ, ຮັກສາ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ, ພ້ອມ​ທັງ​ສຸມ​ໃສ່​ພັດທະນາ​ບາງ​ຂະ​ແໜງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີທີ່​ເປັນ​ປ່າຍ​ແຫຼມຂອງປະ​ເທດ​ຊາດ. ທ່ານ Mai Duc Chinh, ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ, ​ເວົ້າ​ວ່າ:

        ”ໝາກຜົນ​ຈາກ​ຂະ​ບວນການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ 5 ປີ ຜ່ານ​ມາ ​ໄດ້​ເປັນ​ການ​ຢັ້ງຢືນ​​ໃຫ້​ເຫັນວ່າ​ ໃນ​ສະພາບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ຍາມ​ໃດ​ກໍ່​ປະກົດ​ມີ​ບັນດາ​ຫົວຄິດ​ປະດິດ​ສ້າງ​ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ເຮັດ​ໃຫ້​ຂະ​ບວນການ​ອອກ​ແຮງ​ງານ​ທີ່ມີ​ຫົວຄິດ​ປະ​ດິດສ້າງ​ມີ​ຊີວິດ​ຊີວາ​ຍິ່ງ​ຂຶ້ນ. ຂະ​ບວນການ​ເພື່ອ​ແນ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ນຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີກາຍ​ເປັນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ໃນ​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”