ສະມາຊິກສະພາແຫ່ງຊາດກັບນະໂຍບາຍ,ກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍແລະປະຊາກອນ-ການພັດທະນາ

Chia sẻ
(vovworld) - ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ໃຕ້ ທີ່​ຫາກໍ່​ໄດ້​ຮັບ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ
ສະມາຊິກສະພາແຫ່ງຊາດກັບນະໂຍບາຍ,ກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍແລະປະຊາກອນ-ການພັດທະນາ - ảnh 1
(ພາບ​ປະ​ກອບ: Shutterstock)

(vovworld) - ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກັບ​ນະ​ໂຍ​ບາຍ,ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ - ຊາຍ ແລະ​ ​ປະ​ຊາ​ກອນ - ການພັດ​ທະ​ນາ, ນັ້ນ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ກອງ​ທຶນ​ພົນ​ລະ​ເມືອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຫວຽດ​ນາມ (UNFPA) ສົມ​ທົບ​ກັ​ນ​ຈັດ​ຕັ້ງ ໃນ​ວັນ​ທີ 20/06, ຢູ່​ນະ​ຄອນ​ໂຮ່​ຈິ​ມິ​ນ. ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ໃຕ້ ທີ່​ຫາກໍ່​ໄດ້​ຮັບ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ ກ່ຽວ​ກັບ​ສະ​ພາບ​ການ ແລະ ການ​ກຳ​ນົ​ດ​ທິດ, ມາດ​ຕະ​ການ​ແກ້​ໄຂ ກະ​ກຽມ​ກ່ຽ​ວ​ກັບ​ນະ​ໂຍ​ບາຍ​ກົດ​ໝາຍ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ-ຊາຍ ແລະ ປະ​ຊາ​ກອນ -​ ການພັດ​ທະ​ນາ. ບັນ​ດາ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຖື​ວ່າ, ເພື່ອ​ສ້າງ​ລະ​ບົບ​ກົດ​ໝາຍ​​, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ-ຊາຍໃຫ້​ສົມ​ບູນແບບ ແລ້ວ, ນອກ​ຈາກ​ການ​ປັບ​ປຸງ, ​ສ້າງສຳ​ເລັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ກົດ​ໝາຍ​ວ່າ​ດ້ວຍຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ-ຊາຍ ແລ້ວ, ບັນ​ດາ​ປະ​ມວນ​ກົດ​ໝາຍ​ສະ​ເພາະ​ກໍ່​ຕ້ອງ​ໄດ້​ຮັບ​ການ​ດັດ​ປັບ, ປັບ​ປຸງ​ເພີ່ມ​ເຕີ່ມ​ເພື່​ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອກ​ະ​ພາບ, ຄົບ​ຊຸດ ແລະ ຮອບ​ດ້ານ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ກົດ​ໝາຍ​ວ່າ​ດ້ວຍຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ-ຊາຍ.