ສະມາຊິກສະພາແຫ່ງຊາດ ຕີລາຄາສູງລາຍການກອງປະຊຸມຄັ້ງທີ 8 ຂອງສະພາແຫ່ງຊາດຫວຽດນາມ

Chia sẻ
(VOVWORLD) -ລາຍການເຮັດວຽກຂອງສະພາແຫ່ງຊາດ ແມ່ນລະອຽດທີ່ສຸດ ແລະ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ທ່ານ ຕີລາຄາສູງບັນດາບັນຫາ ເຊິ່ງສະພາແຫ່ງຊາດຊັກຖາມໃນກອງປະຊຸມຄັ້ງນີ້.
ສະມາຊິກສະພາແຫ່ງຊາດ ຕີລາຄາສູງລາຍການກອງປະຊຸມຄັ້ງທີ 8 ຂອງສະພາແຫ່ງຊາດຫວຽດນາມ - ảnh 1(ພາບປະກອບ: quochoi.vn)

ທີ່ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ເຊິ່ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຈະປຶກສາຫາລືບັນດາມາດຕະການສໍາຄັນ ເພື່ອຍົກອອກບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການໃນການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດຊາດ ແລະ ວຽກງານການກໍ່ສ້າງກົດໝາຍ. ທ່ານນາງ ມາຍທິແອງຕວຽດ, ສະມາຊິກສະພາແຫ່ງຊາດແຂວງ ອານຢາງໃຫ້ຮູ້ວ່າ:

        “ກອງປະຊຸມຄັ້ງນີ້, ຝ່າຍລັດຖະບານ ໄດ້ຍືນສະເໜີບັນດາເນື້ອໃນທີ່ມີຄຸນນະພາບ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດພວກຂ້າພະເຈົ້າຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອຄົ້ນຄວ້າຢ່າງຄົບຖ້ວນ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ບັນດາເນື້ອໃນເຊິ່ງລັດຖະບານ ໄດ້ຍື່ນສະເໜີ ເມື່ອໄດ້ຮັບການຮັບຮອງເອົາແລ້ວ ຈະແມ່ນບັນດາແຜນການ, ມາດຕະການ, ແມ່ນກອບນິຕິກໍາທີ່ດີ ເພື່ອພັດທະນາເສດຖະກິດຫວຽດນາມ ໃນໄລຍະຈະມາເຖິງ”.

        ຕາມທ່ານ ຫງວຽນງອກເຟືອງ, ສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ ແລ້ວ, ລາຍການເຮັດວຽກຂອງສະພາແຫ່ງຊາດ ແມ່ນລະອຽດທີ່ສຸດ ແລະ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ທ່ານ ຕີລາຄາສູງບັນດາບັນຫາ ເຊິ່ງສະພາແຫ່ງຊາດຊັກຖາມໃນກອງປະຊຸມຄັ້ງນີ້.

        “ການຊັກຖາມ ແລະ ຕອບຄໍາຊັກຖາມ ແມ່ນເນື້ອໃນ ເຊິ່ງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ ມີຄວາມສົນໃຈ. ນີ້ແມ່ນບັນດາບັນຫາຮ້ອນເຮັ່ງ, ແມ່ນບັນຫາທີ່ກ່ຽວຂ້ອງເຖິງການພັດະທະນາເສດຖະກິດສັງຄົມ ເຊິ່ງທັງປະເທດມີຄວາມສົນໃຈ ແລະ ເອົາໃຈໃສ່. ນີ້ແມ່ນວຽກງານເຊິ່ງບັນດາກະຊວງ, ຂະແໜງການຕ້ອງຮັບຮູ້ດໄດ່, ຕ້ອງເຂົ້າໃຈ ແລະ ມີຄວາມໝາກໝັ້ນຕໍ່ຜູ້ມີສິດເລືອກຕັ້ງ, ຕໍ່ສະມາຊິກສະພາແຫ່ງຊາດ ເພື່ອຈັດຕັ້ງ ປະຕິບັດ”.


 

ຕອບກັບ