ສະ​ມາ​ຊິກ​ພັກ​ ເຫັນ​ດີ​ເຫັນ​ພ້ອມ ພາຍຫຼັງ​ຮ່ຳ​ຮຽນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ ພັກ​ກອມ​ມູ​ນິດ ຫວຽດ​ນາມ

Chia sẻ
(VOVWORLD) -ບັນດາບົດລາຍງານຢູ່ ກອງປະຊຸມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ຜ່ານນັ້ນ, ພະນັກງານ, ສະມາຊິກ ພັກກໍ່ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່ໃນບັນດາເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ສະ​ມາ​ຊິກ​ພັກ​ ເຫັນ​ດີ​ເຫັນ​ພ້ອມ ພາຍຫຼັງ​ຮ່ຳ​ຮຽນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

ໃນລະຫວ່າງວັນທີ 27 – 28 ມີນາ ເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ມີສະມາຊິກພັກຢູ່ນະຄອນ ໂຮ່ຈີມິນຫຼາຍຄົນ ຮູ້ສຶກປິຕິຊົມຊື່ນ ຍ້ອນໄດ້ສຳຜັດໂດຍໄວ, ຮັບຟັງໂດຍກົງບັນດາການນຳຂັ້ນສູງແນະນຳການເຊື່ອມຊຶມມະຕິ. ທ່ານ ຫງວຽນເຢິນກ່ວຽນ, ສະມາຊິກສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        ນັກຮົບເກົ່າເຫັນດີເຫັນພ້ອມ ທີ່ສຸດ ກັບສິ່ງໜຶ່ງນັ້ນແມ່ນ ການປະຕິບັດມະຕິ ແມ່ນຕ້ອງມີຜູ້ປະຕິບັດ, ພິເສດແມ່ນຕ້ອງມີ ລຸ້ນຄົນຕໍ່ໄປ ດັ່ງນັ້ນ ບັນດາ ນັກຮົບເກົ່າຕ້ອງເຮັດແນວໃດເພື່ອປັບປຸງການໂຄສະນາສຶກສາມູນເຊື້ອປະຕິວັດໃຫ້ແກ່ລຸ້ນໜຸ່ມ, ເຮັດແນວໃດໃຫ້ມີຄວາມດຶງດູດໃຈ, ເພື່ອໃຫ້ລຸ້ນໜຸ່ມຮັບຮູ້ຢ່າງງ່າຍດາຍ, ໃຫ້ເຂົາເຈົ້າຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈ. ສິ່ງນັ້ນຮຽກຮ້ອງໃຫ້ນັກຮົບເກົ່າຕ້ອງມີຄວາມມານະພະຍາຍາມຫຼາຍທີ່ສຸດ.

        ບັນດາບົດລາຍງານຢູ່ ກອງປະຊຸມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ຜ່ານນັ້ນ, ພະນັກງານ, ສະມາຊິກ ພັກກໍ່ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່ໃນບັນດາເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.

ຕອບກັບ