ສະມັດຊາໃຫຍ່ແລະສະພາຄວາມໝັ້ນຄົງສປຊເລືອກຕັ້ງຜູ້ພິພາກສາຄົນໃໝ່ໃຫ້ແກ່ສານຍຸຕິທຳສາກົນ

Chia sẻ
(VOVWORLD) -ບັນດາປະເທດໄດ້ປ່ອນບັດເລືອກເອົາຜູ້ພິພາກສາຄົນໃໝ່ 5 ທ່ານໃຫ້ແກ່ສານຍຸຕິທຳສາກົນ (JCJ) ດ້ວຍອາຍຸການ 9 ປີ (ໄລຍະ 2021 – 2030).

ສະມັດຊາໃຫຍ່ແລະສະພາຄວາມໝັ້ນຄົງສປຊເລືອກຕັ້ງຜູ້ພິພາກສາຄົນໃໝ່ໃຫ້ແກ່ສານຍຸຕິທຳສາກົນ - ảnh 1ການປ່ອນບັດເລືອກເອົາຜູ້ພິພາກສາຄົນ

(ພາບ: TTXVN)

ພາຍຫຼັງການປ່ອນບັດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ 2 ຮອບ, ວັນທີ 12 ພະຈິກ, ບັນດາປະເທດໄດ້ປ່ອນບັດເລືອກເອົາຜູ້ພິພາກສາຄົນໃໝ່ 5 ທ່ານໃຫ້ແກ່ສານຍຸຕິທຳສາກົນ (ICJ) ດ້ວຍອາຍຸການ 9 ປີ (ໄລຍະ 2021 – 2030). ລວມມີຜູ້ສະໝັກເລືອກຕັ້ງທີ່ເປັນຊາວ ຍີ່ປຸ່ນ, ເຢຍລະມັນ, ຈີນ, ສະໂລວາກີ, ອູກັນດາ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ປ່ອນບັດເລືອກຕັ້ງໂດຍກົງຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ, ໄດ້ປ່ອນບັດເລືອກຕັ້ງຢູ່ສະມັດຊາໃຫຍ່. ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ເຂົ້າຮ່ວມການປ່ອນບັດເລືອກຕັ້ງຜູ້ພິພາກສາ ICJ ໃນຖະນະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເປັນສະມາຊິກຂອງສະຫະປະຊາດ.

ຕອບກັບ