ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິວ່າດ້ວຍການຮັບມືກັບໂລກລະບາດໂຄວິດ-19

Chia sẻ
(VOVWORLD) -  ວັນທີ 11 ກັນຍາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິລວມມີເນື້ອໃນຫລາຍປະການ ເພື່ອແນໃສ່ສົ່ງເສີມການຮ່ວມມືສາກົນ ໃນການຮັບມືກັບໂລກລະບາດໂຄວິດ-19. 
ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິວ່າດ້ວຍການຮັບມືກັບໂລກລະບາດໂຄວິດ-19 - ảnh 1ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິວ່າດ້ວຍການຮັບມືກັບໂລກລະບາດໂຄວິດ-19 (ພາບ: AFP/TTXVN)

  ມະຕິສະບັບດັ່ງກ່າວໄດ້ຮັບຮອງເອົາດ້ວຍການສະໜັບສະໜູນຂອງ 169/193 ປະເທດສະມາຊິກ. ອາເມລິກາ ແລະ ອິດສະລາແອັນ ປ່ອນບັດຄ້ານ, ໃນຂະນະທີ່ ຢູແກຼນ ແລະ ຮຸງກາຣີ ປ່ອນບັດຂາວ.

        ມະຕິສະບັບດັ່ງກ່າວໄດ້ກຳນົດການຮ່ວມມືສາກົນ, ລັດທິຫລາຍຝ່າຍ ແລະ ຈິດໃຈຄວາມສາມັກຄີແມ່ນວິທີໜຶ່ງດຽວ ເພື່ອໃຫ້ໂລກຮັບມືກັບບັນດາວິກິດການທົ່ວໂລກຄືໂລກລະບາດໂຄວິດ-19 ໃນປະຈຸບັນຢ່າງມີປະສິດທິຜົນ. ມະຕິສະບັບດັ່ງກ່າວ ໄດ້ຍອມຮັບບົດບາດນຳພາຫຼັກແຫຼ່ງຂອງອົງການອະນາໄມໂລກ (WHO), ກໍ່ຄືບົດບາດພື້ນຖານຂອງລະບົບສະຫະປະຊາຊາດ ຄື “ທາດເລັງ” ແລະ ຊ່ວຍການປະສານງານໃນທົ່ວໂລກມີປະຕິກິລິຍາຮັບມືກັບໂລກລະບາດໂຄວິດ-19.

ຕອບກັບ