ສະພາແຫ່ງຊາດເລືອກຕັ້ງທ່ານນາງ ຫວໍທິແອງຊວັນ ເປັນຮອງປະທານປະເທດ

Chia sẻ
(VOVWORLD) - ສະພາແຫ່ງຊາດໄດ້ເລືອກຕັ້ງບັນດາກຳມະການຄະນະປະຈຳສະພາແຫ່ງຊາດ.

ຕອນບ່າຍວັນທີ 06 ເມສາ, ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV, ດ້ວຍບັດສະໜັບສະໜູນ 93,13%, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານນາງ ຫວໍທິແອງຊວັນ, ເລຂາຄະນະພັກແຂວງໆ ອານຢາງ ດຳລົງຕຳແໜ່ງປະທານປະເທດ.

ສະພາແຫ່ງຊາດເລືອກຕັ້ງທ່ານນາງ ຫວໍທິແອງຊວັນ ເປັນຮອງປະທານປະເທດ - ảnh 1 ທ່ານນາງ ຫວໍທິແອງຊວັນ. ພາບ: baochinhphu.vn

        ທ່ານນາງ ຫວໍທິແອງຊວັນ ເກີດປີ 1970, ບ້ານເກີດຢູ່ເມືອງ ຕິງບຽນ, ແຂວງ ອານຢາງ. ເປັນກຳມະການສູນກາງພັກຊຸດທີ XII, XIII; ເປັນສະມາຊິກສະພາແຫ່ງຊາດຊຸດທີ XIV.

        ທ່ານນາງ ຫວໍທິແອງຊວັນ ເຄີຍຮັບດຳລົງຕຳແໜ່ງຕ່າງໆຄື ປະທານສະຫະພັນແມ່ຍິງແຂວງ ອານຢາງ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນແຂວງໆ ອານຢາງ; ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ, ຮອງເລຂາຄະນະພັກແຂວງໆ ອານຢາງ ອາຍຸການ 2010 – 2015; ເລຂາຄະນະພັກແຂວງໆ ອານຢາງ ຊຸດທີ IX, XI.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ເລືອກຕັ້ງບັນດາກຳມະການຄະນະປະຈຳສະພາແຫ່ງຊາດ.

ຕອບກັບ