ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍທະນາຍຄວາມ

Chia sẻ
ຕອນ​ເຊົ້າວັນ​ທີ 19/6, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່າ​ງນາງ Nguyen Thi Kim Ngan ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ)
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍທະນາຍຄວາມ - ảnh 1
ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu
( vovworld )- ຕອນບ່າຍ​ວັນ​ທີ 19/6, ພາຍ​​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu, ສະພາ​ແຫ່ງ​ຊາດ​​ໄດ້ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ ​ປັບປຸງ, ​ເພີ່ມ​ເຕີມ ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ. ມີຫຼາຍ​ຄຳ​ຄິດ​ຄຳ​ເຫັນ​ຖື​ວ່າ: ບໍ່​ຄວນ​ອະນຸຍາດ​ໃຫ້​ລັດຖະ​ກອນປະກອບ​ອາຊີບ​ທະນາຍຄວາມ ​ເພາະວ່າ​ສິ່ງ​ດັ່ງກ່າວ​ສາມາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ລັກສະນະ​ພາວະ​ວິ​ໄສ​ຂອງ​ການ​ເຄື່ອນ​ໄຫວ​ທະນາ​ຄວາມ ​ແລະ ​ສອດຄ່ອງ​ກັບ​ທຳນຽມສາ​ກົນ. ຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍ​ສະ​ເໜີ​ເພີ່ມ​​ກຳນົດເວລາໃນ​ການບຳລຸງ​ສ້າງ​ທະນາຍຄວາມ​ແຕ່ 6 ​ເດືອນ ຂຶ້ນ​ເຖິງ 12 ​ເດືອນ. ທ່ານ Truong Trong Nghia, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ຖື​ວ່າ:

“ກ່ຽວ​ກັບ​ເລື່ອງ​ລັດຖະກອນ ​ປະກອບອາຊີບ​ທະນາຍ​ຄວາມ ພວກ​ຂ້າພະ​ເຈົ້າ ສະໜັບສະໜູນ​ເລື່ອງອະນຸຍາດ​ໃຫ້​ບັນດາ​ຄູ​ອາຈານ​ສອນ​ວິຊາ​ນິຕິສາດໄດ້​ເຂົ້າ​ຮ່ວມ​ປະກອບອາຊີບ. ຖ້າ​ຫາກບັນດາ​ຄູ​ອາຈານ ຫຼື ນັກ​ວິທະຍາສາດ​ກົດໝາຍຢາກ​ເປັນ​ທະນາຍຄວາມ ​ແມ່ນ​ອາດ​ຈະ​ບໍ່​ຜ່ານ​ຊຸດ​ບຳລຸງ​ສ້າງ​ບຳລຸງ​ສ້າງ ​ແຕ່​ຄວນ​ຜ່ານການ​ຝຶກ​ອົບຮົ​​ມ​. ​ເລື່ອງ​ສະຫະພັນ​ທະ​ນາຍ​ຄວາມ​ຫວຽດນາມ ອອກ​ບັດ​ທະນາຍຄວາມ​ຈະ​ຊ່ວຍ​ໃຫ້ການ​ປະກອບອາຊີບ​ທະນາຍຄວາມ​ໄດ້​ດຳ​ເນີນ​ຢ່າງຄົບ​ຊຸດ ​ແລະ ​ເປັນ​​ເອະ​ພາບ​ກັນ. ​ເລື່ອງ​ປະກອບອາຊີບ​ທະນາຍຄວາມ​ຢູ່​ຕ່າງປະ​ເທດ​ກໍ​ສະ​ດວກ​ສະບາຍ​ກ່ວາ, ​ເພາະວ່າ​ສະຫະພັນ​ທະນາຍຄວາມ​ຫວຽດນາມ ​ແມ່ນ​ສະມາຊິກ​ຂອງ​ສະຫະພັນ​ທະນາຍຄວາມ​ສາກົນ​ຫຼາຍ​ແຫ່ງ”

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍທະນາຍຄວາມ - ảnh 2

(ພາບ:nhasachtritue.com)

 ກ່ອນໜ້ານັ້ນ, ຕອນ​ເຊົ້າວັນ​ທີ 19/6, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່າ​ງນາງ Nguyen Thi Kim Ngan ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ). ການ​ພັດທະນາ​ສະຫະກອນ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫ່ຍຂອງ​ພັກ ​ແລະ ລັດ, ​ເພື່ອ​ແນ​ໃສ່​ນຳ​ຂົງ​ເຂດ​ສະຫະກອນ​ເວົ້າສະ​ເພາະ ​ແລະ ພາກສ່ວນ​ເສດຖະກິດ​ລວມໝູ່​ເວົ້າລວມ​ພັດທະນາ​ຢ່າງ​ກ້ວາງ​ຂວາງ ​ແລ​ະ ມີ​ທີ່​ຕັ້ງ​ບົດບາດໃນ​ພື້ນຖານ​ເສດຖະກິດ​ຂອງປະ​ເທດ​ຊາດ. ບັນດາ​ຄຳ​ເຫັນຄຳ​ເຫັນ​ລ້ວນ​ແຕ່​ໄດ້​ຢືນຢັນ​ວ່າ ທາດ​ແທ້​ຂອງ​ສະຫະກອນ ​ແມ່ນ​ແຕກຕ່າງ​ກັບ​ວິ​ສາ​ຫະກິດ​ໃນ​ດ້ານ​ຈຸດໝາຍ​ສ້າງຕັ້ງ, ການ​ພົວພັນ​ກຳມະສິດ, ການ​ພົວພັນ​ດ້ານ​ເສດຖະກິດ….​ມີ​ບາງ​ຄຳ​ເຫັນ​​ແຕກຕ່າງກັນ​ກ່ຽວ​ກັບ​ຈຳນວນ​ທຶນ​ປະກອບ​ສູງ​ສຸດ​ຂອງ​ສະມາຊິກຄົນ​ໜື່ງ ​ເມື່ອ​ເຂົ້າຮ່ວມ​ສະຫະກອນ. ທ່ານ Le Dac Lam ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Binh Thuan ມີຄຳ​ເຫັນ​ວ່າ:

   “ຖ້າ​ພິຈາລະ​ນະ​ດ້ານ​ເສດຖະກິດ, ສະຫະກອນ​ໄດ້​ປະກອບສ່ວນ​ບໍ່​ຫຼາຍ ​ແຕ່​ຕ້ອງ​ເຫັນ​ວ່າ ສະຫະກອນ​ມີ​ລັກສະນະ​ປະສິດທິ​ຜົນ​ທາງສັງຄົມ​ສູງ. ນັ້ນ​ແມ່ນ​ປັດ​ໄຈ​ສັງຄົມ​ນິຍົມ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ແທ້​ຈິງ. ຄວາມຈິງ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ສະຫະກອນ​ໄດ້​ເພີ່ມ​ນ້ຳໃຈ​ສາມັກຄີ​ໃນ​ສັງຄົມ, ປະກອບສ່ວນ​ບຳລຸງ​ສ້າງ​ວິຊາ​ຊີບ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ບັນດາ​ສະມາຊິກ. ສະນັ້ນ, ​ໃນ​ຮ່າງ​ກົດໝາຍ​ສະບັບ​ນີ້ ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ເນັ້ນໜັກ​ລັກສະນະ​ດີ​ເລີດ, ປະສິດທິ​ຜົນ​ທາງ​ສັງຄົມ​ຂອງ​ສະຫະກອນ. ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ​ນີ້ ​ແມ່ນ​ໄດ້​ຊີ້​ແຈງ​​ເຖິງນະ​ໂຍບາຍ​ໃຫ້​ບຸລິມະສິດ, ໜູນ​ຊ່ວຍ​ຂອງ​ລັດ​ຕໍ່​ສະຫະກອນ. ​ແຕ່​ນີ້​ແມ່ນ​ບັນດາ​ກອບ​ກົດໝາຍ​ພື້ນຖານ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​​ສະຫະກອນ ​ໃນ​ການ​ເຄື​ອ່ນ​ໄຫວ, ພັດທະນາ​ຢ່າງ​ເປັນ​ເຈົ້າການ, ໝັ້ນຄົງ​ເຂັ້ມ​ແຂງ