ທ່ານປະທານສະພາແຫ່ງຊາດກຳປູເຈຍ ສົມເດັດ ເຮັງຊຳລິນ ຕ້ອນຮັບທ່ານ ແທັກຢື |
ນະທີ່ນີ້, ທ່ານປະທານສະພາແຫ່ງຊາດກຳປູເຈຍ ສົມເດັດ ເຮັງຊຳລິນ ຢືນຢັນວ່າ ສະພາແຫ່ງຊາດກຳປູເຈຍ ແລະ ກະໂຕ ສົມເດັດ ເຮັງຊຳລິນ ເອງ ຍາມໃດກໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ ໃຫ້ນັບມື້ນັບພັດທະນາກວ່າອີກ. ສົມເດັດ ເຮັງຊຳລິນ ເຊື່ອໝັ້ນວ່າ ເຖິງວ່າສິ້ນສຸດອາຍຸການປະຕິບັດງານຢູ່ກຳປູເຈຍກໍ່ຕາມ, ແຕ່ດ້ວຍຖານະຕຳແໜ່ງໃໝ່, ທ່ານ ແທັກຢື ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ ແທັກຢື ກໍ່ໄດ້ອວຍພອນປະເທດຊາດ ແລະ ປະຊາຊົນກຳປູເຈຍ ຈະສືບຕໍ່ຍາດໄດ້ບັນດາໄຊຊະນະໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສາ ແລະ ພັດທະນາປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນ.