ສະພາສິດທິມະນຸດ ສປຊ ຮັບຮອງເອົາມະຕິໂດຍ ຫວຽດນາມ ສະເໜີ ແລະ ຮຽບຮຽງ

Chia sẻ
(VOVWORLD) - ບັນດາຄຳໝັ້ນສັນຍາລວມຂອງປະຊາຄົມສາກົນກ່ຽວກັບສິດທິມະນຸດສຳລັບທຸກໆຄົນ. ມະຕິສະບັບນີ້ແມ່ນຂີດໝາຍພົ້ນເດັ່ນຂອງ ຫວຽດນາມ ທີ່ເວລະປະຊຸມຊຸດທຳອິດໃນຖານະຕຳແໜ່ງເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025
ສະພາສິດທິມະນຸດ ສປຊ ຮັບຮອງເອົາມະຕິໂດຍ ຫວຽດນາມ ສະເໜີ ແລະ ຮຽບຮຽງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຕາງໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ:TTXVN)

ວັນທີ 3 ເມສາ, ທີ່ສຳນັກງານຫ້ອງວ່າການ ສປຊ, ຢູ່ ເຊີແນວ, ປະເທດ ສະວິດ ສະພາສິດທິມະນຸດ ສປຊ ໄດ້ຮັບຮອງເອົາມະຕິສະເຫຼີມສະຫຼອງ 75 ປີບົດຖະແຫຼງການສາກົນກ່ຽວກັບສິດທິມະນຸດ (UDHR) ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ Vienna (VDPA) ໂດຍ ຫວຽດນາມ ສະເໜີ ແລະ ຮຽບຮຽງ.

        ທີ່ວາລະປະຊຸມຂັ້ນສູງໄຂກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດ ຢູ່ ເຊີແນວ ໃນວັນທີ 27 ກຸມພາ ທີ່ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຍົກອອກຂໍ້ລິເລີ່ມກ່ຽວກັບການສະເຫຼີມສະຫຼອງ 75 ປີບົດຖະແຫຼງການ ແລະ 30 ປີແຫ່ງການຖະແຫຼງການດັ່ງກ່າວດ້ວຍເອກະສານຂອງສະພາສິດທິມະນຸດ ເພື່ອແນໃສ່ຢັ້ງຢືນຄືນໃໝ່ ແລະ ເພີ່ມທະວີຄວາມມານະພະຍາຍາມກໍ່ຄືການກະທຳມຸ່ງໄປເຖິງການບັນລຸໄດ້ຫຼາຍເປົ້າໝາຍ ແລະ ຄຸນຄ່າອັນໃຫຍ່ຫຼວງ, ກວມລວມຂອງເອກະສານສຳຄັນ ສອງສະບັບດັ່ງກ່າວ, ບັນດາຄຳໝັ້ນສັນຍາລວມຂອງປະຊາຄົມສາກົນກ່ຽວກັບສິດທິມະນຸດສຳລັບທຸກໆຄົນ. ມະຕິສະບັບນີ້ແມ່ນຂີດໝາຍພົ້ນເດັ່ນຂອງ ຫວຽດນາມ ທີ່ເວລະປະຊຸມຊຸດທຳອິດໃນຖານະຕຳແໜ່ງເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025, ສະແດງໃຫ້ເຫັນການປະກອບສ່ວນທີ່ແທດຈິງ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນວຽກງານຂອງສະພາສິດທິມະນຸດ. ຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ ໄດ້ຜັນຂະຫຍາຍການຮຽບຮຽງ, ທາບທາມຄວາມເຫັນ, ເຈລະຈາກ່ຽວກັບຮ່າງມະຕິໂດຍກົງ.

ຕອບກັບ