ສະພາ​ບັນດິດວິທະຍາສາດ ​​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມມອບ​ ສານ​ເຄມີ​ຜະລິດ​ນ້ຳ​ຢາ​ລ້າງມືຕ້ານ​ພະຍາດ​ໂຄ​ວິດ​ ໃຫ້​ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສປປ ລາວ

​ຂາວ​ຈາກ​ສະ​ຖານ​ທູດສ​ປ​ປ​ລາວ​ປະ​ຈຳ​ຫວຽດ​ນາມ
Chia sẻ
(VOVWORLD) -ໃນວັນທີ 22 ພຶດສະພາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.
ສະພາ​ບັນດິດວິທະຍາສາດ ​​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມມອບ​ ສານ​ເຄມີ​ຜະລິດ​ນ້ຳ​ຢາ​ລ້າງມືຕ້ານ​ພະຍາດ​ໂຄ​ວິດ​  ໃຫ້​ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສປປ ລາວ - ảnh 1 (ພາບ: ຈາກສະຖທນທູດ ສປປລາວ ປະຈຳ ສສຫວຽດນາມ)

     ຊື່ງກ່າວມອບໂດຍທ່ານຮອງສາດສະດາຈານ ປະລິນຍາເອກ ເຈີ່ນຕ່ວນແອງ ຮອງຫົວໜ້າສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ກ່າວຮັບ ໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ  ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ມີສານເຄມີ ພ້ອມດ້ວຍອຸປະກອນການຜະລິດນ້ຳຢາລ້າງມືແຫ້ງປະກອບມີ: ຜະລິດຕະພັນເຫຼົ້າ90:  5000 ລີດ ພ້ອມດ້ວຍທາດປະສົມອື່ນໆອີກ 4 ຊະນິດ ແລະ ກະຕຸກຢາງຂະໜາດ 500 ml (ມີລີລີດ) 1200 ອັນ, ເພື່ອສົ່ງຕໍ່ໄປຍັງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ຜະລິດນ້ຳຢາລ້າງມືແຫ້ງຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ.

ເຖິງວ່າ ສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການກໍ່ຕາມ, ໂດຍສະເພາະແມ່ນການຟື້ນຟູເສດຖະກິດທີ່ຖືກກະທົບຈາກການລະບາດພະຍາດໂຄວິດ-19 ທີ່ຫາກໍ່ຄວບຄຸມໄດ້ບໍ່ດົນມານີ້, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ ລັດຖະບານ ແລະ ປະຊາຊົນຫວຽດນາມເວົ້າລວມ ເວົ້າສະເພາະແມ່ນສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານກໍ່ຄືປະຊາຊົນລາວ ກໍ່ຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ໃນການຕ້ານພະຍາດໂຄວິດ-19.

ສະພາ​ບັນດິດວິທະຍາສາດ ​​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມມອບ​ ສານ​ເຄມີ​ຜະລິດ​ນ້ຳ​ຢາ​ລ້າງມືຕ້ານ​ພະຍາດ​ໂຄ​ວິດ​  ໃຫ້​ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສປປ ລາວ - ảnh 2 (ພາບ: ຈາກສະຖທນທູດ ສປປລາວ ປະຈຳ ສສຫວຽດນາມ)

 ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ,  ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ຈະສົ່ງຕໍ່ໄປຍັງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ເພື່ອຜະລິດນ້ຳຢາລ້າງມືແຫ້ງຮັບໃຊ້ສັງຄົມ ໃນການນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ ສປປ ລາວຢ່າງມີປະສິດທິຜົນສູງ. 

ຕອບກັບ