ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 22 ຕຸ​ລາ

Chia sẻ
(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ຕຸລາ ຕາມເວລາ UTC, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ.   
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 22 ຕຸ​ລາ - ảnh 1  ນັບແຕ່ເວລາ 18 ໂມງຂອງວັນທີ 21 ຕຸລາ ຫາເວລາ 6 ໂມງຂອງວັນທີ 22 ຕຸລາ, ຫວຽດນາມ ຢັ້ງຢືນວ່າ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1 ຄົນ ທີ່ກັບມາຈາກຕ່າງປະເທດ (ພາບ: TTXVN)

ຕາມຂໍ້ມູນຂ່າວຈາກ  ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ນັບແຕ່ເວລາ 18 ໂມງຂອງວັນທີ 21 ຕຸລາ ຫາເວລາ 6 ໂມງຂອງວັນທີ 22 ຕຸລາ, ຫວຽດນາມ ຢັ້ງຢືນວ່າ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1 ຄົນ ທີ່ກັບມາຈາກຕ່າງປະເທດ ແລະ ໄດ້ປະຕິບັດການແຍກຕົວໃນທັນທີ. ເປັນອັນວ່າ, ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 1.145 ກໍລະນີ, ໃນນັ້ນ 1.046 ກໍລະນີ ໄດ້ປິ່ນປົວຫາຍດີ ແລະ ມີ 35 ກໍລະນີເສຍຊີວິດ. ໄລ່ຮອດ ວັນທີ 22 ຕຸລາ ແມ່ນມື້ທີ 50 ແລ້ວ ທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຊົນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ຕຸລາ ຕາມເວລາ UTC, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ.     

        ອາເມລິກາ ສືບຕໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ໃນໂລກ, ດ້ວຍຈຳນວນ 8.581.674 ຄົນ ແລະ ມີ 227.349 ຄົນ ເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 60.000 ຄົນ - ເຊິ່ງເປັນຕົວເລກສູງທີ່ສຸດໃນໂລກ ແລະ ມີ 1.165 ຄົນເສຍຊີວິດ. ຖັດມາແມ່ນ ອິນເດຍ ແລະ ບຣາຊິນ ຕາມລຳດັບ.  

ຕອບກັບ