ສະພາບ​ການ​ຜັນ​ແປ​ຂອງ​​ໂລ​ກລະບາດ Covid – 19 ​ຢູ່ໃນ​​ໂລກ

Chia sẻ
(VOVWORLD) - ນອກຈາກຈີນແລ້ວ, ສ.ເກົາຫຼີ ແມ່ນປະເທດ ຖືກຜົນສະທ້ອນຫຼາຍທີ່ສຸດຈາກ ໂລກລະບາດ Covid – 19 ເມື່ອຢັ້ງຢືນວ່າມີທັງໝົດ 11 ກໍລະນີເສຍຊີວິດ ແລະ ຜູ້ຕິດເຊື້ອ 1.146 ຄົນ. 

        ມີຫຼາຍກໍລະນີເສຍຊີວິດຕື່ມອີກ ຍ້ອນໂລກລະບາດ Covid – 19  ຢູ່ປະເທດຕ່າງໆໃນໂລກ, ໃນຂະນະນັ້ນ ຈໍານວນກໍລະນີຕິດເຊື້ອໃໝ່ ແມ່ນເພີ່ມຂຶ້ນຢ່າງແຮງ ຢູ່ບັນປະເທດ ສ.ເກົາຫຼີ, ອີຣານ ແລະ ຍີ່ປຸ່ນ. ນີ້ແມ່ນບັນດາການຜັນແປຫຼ້າສຸດທີ່ກ່ຽວຂ້ອງເຖິງວິກິດການ ຍ້ອນໂລກລະບາດ Covid – 19 ກໍ່ຂຶ້ນ. ໄລ່ມາຮອດຕອນເຊົ້າວັນທີ 26 ກຸມພາ, ໃນທົ່ວໂລກ ໄດ້ຢັ້ງຢືນຜູ້ຕິດເຊື້ອພະຍາດດັ່ງກ່າວ ແມ່ນເກືອບ 81.000 ຄົນ ຢູ່ 42 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ມີ 2.700 ກໍລະນີ ເສຍຊີວິດ, ເກືອບ 3.000 ກໍລະນີ ໄດ້ປົວຫາຍດີເປັນປົກກະຕິ.

        ນອກຈາກຈີນແລ້ວ, ສ.ເກົາຫຼີ ແມ່ນປະເທດ ຖືກຜົນສະທ້ອນຫຼາຍທີ່ສຸດຈາກ ໂລກລະບາດ Covid – 19 ເມື່ອຢັ້ງຢືນວ່າມີທັງໝົດ 11 ກໍລະນີເສຍຊີວິດ ແລະ ຜູ້ຕິດເຊື້ອ 1.146 ຄົນ. ຢູ່ ຍີ່ປຸ່ນ, ໄລ່ມາຮອດປັດຈຸບັນ ມີການຢັ້ງຢືນກໍລະນີຕິດເຊື້ອພະຍາດດັ່ງກ່າວ ແມ່ນ 850 ກໍລະນີ, ເຊິ່ງສ່ວນຫຼາຍ ແມ່ນຜູ້ໂດຍສານໃນກໍ່າປັ່ນທ່ອງທ່ຽວ  Diamond Princess.

        ໃນຂະນະນັ້ນນອກຈາກຈີນແລ້ວ, ອີຣານ ແມ່ນປະເທດ ມີຈໍານວນຜູ້ເສຍຊີວິດ ຍ້ອນ ໂລກລະບາດ Covid – 19 ຫຼາຍທີ່ສຸດ ດ້ວຍຈໍານວນທັງໝົດ ແມ່ນ 16 ຄົນ. ຢູ່ ບາເຣັນ, ອີຣັກ ກໍໄດ້ຢັ້ງຢືນວ່າ ມີຫຼາຍກໍລະນີຕິດເຊື້ອໄວຣັດ SAR – CoV – 2 ຕື່ມອີກ.

        ສ່ວນຢູ່ເອີຣົບ, ປະເທດທີ່ມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດ ແມ່ນ ອີຕາລີ ເຊິ່ງໄດ້ປະກາດວ່າ ໄລ່ຮອດວັນທີ 25 ກຸມພາ ມີ 11 ກໍລະນີເສຍຊີວິດ. ບັນດາປະເທດ ຄື ກຣົດເຕຍ, ອານເຊຣີ, ສ.ເຊັກໂກ, ໂອຕຣິດ, ສະວິດ ແມ່ນບັນດາປະເທດທີ່ກວດພົບກໍລະນີຕິດເຊື້ອຄົນທໍາອິດ. 

ຕອບກັບ