ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ

Chia sẻ
(VOVWORLD) -  ວັນທີ 27 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຮັບຟັງການລາຍງານກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ - ảnh 1 ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ (ພາບ: AFP/TTXVN)

        ລາຍງານຕໍ່ສະພາຄວາມໝັ້ນຄົງ, ທ່ານ Ursula Mueller ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ທ່ານ Henrietta Fore ຜູ້ອຳນວຍການບໍລິຫານອົງການ UNICEF ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບວິນາດສະກຳມະນຸດສະທຳພວມເກີດຂຶ້ນຢູ່ ທາງທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ, ພິເສດແມ່ນນັບແຕ່ຕົ້ນເດືອນ ທັນວາ 2019 ຈົນມາຮອດປັດຈຸບັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນກັບສາມັນຊົນທາງທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ກໍ່ຄືສະພາບມະນຸດສະທຳຢູ່ທາງຕາເວັນອອກສ່ຽງເໜືອ ແລະ ບັນດາເຂດອື່ນໆຂອງ ຊີຣີ; ຮຽກຮ້ອງບັນດາຝ່າຍຈົ່ງປະຕິບັດພັນທະຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຊຸກຍູ້ການຮ່ວມມືໃນບັນຫາຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຊາວ ຊີຣີ.

ຕອບກັບ