ສະພາຄວາມໝັ້ນຄົງສປຊບໍ່ສາມາດອອກຖະແຫຼງການຕຳນິຕິຕຽນສປປ.ເກົາຫຼີ

Chia sẻ
ສະພາ​ຄວາມ​ໝັ້ນຄົງ ສປຊ ​ບໍ່​ສາມາດ​​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ອອກ​ຖະ​​ແຫຼ​ງການ​ຕຳ​ນິຕິ​ຕຽນ​ເຫ​ດຍິງ​ທົດ​ລອງ​ຂອງ ສປປ ​ເກົາຫຼີ ຫວ່າງ​ມໍ່ໆ​ມານີ້, ພາຍຫຼັງ​ທີ່ ຈີນ ຊອກ​ຫາ​ວິທີ​ນຳ​​ເຂົ້າຖະ​ແຫຼ​ງການ​ບັນດາ​ຄຳ​ເວົ້າຄັດຄ້ານ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ​ໄລຍະ​ສຸດ​ທ້າຍ (THAAD) ຂອງ ອາ​ເມ​ລິ​ກາ ຢູ່ ສ. ​ເກົາຫຼີ
ສະພາຄວາມໝັ້ນຄົງສປຊບໍ່ສາມາດອອກຖະແຫຼງການຕຳນິຕິຕຽນສປປ.ເກົາຫຼີ - ảnh 1
ການຍິງລູກສອນໄຟຂອງ ສປປ ເກົາຫຼີ
(ພາບປະກອບຈາກ KCNA)

(vovworld) – ວັນ​ທີ 9/8, ສະພາ​ຄວາມ​ໝັ້ນຄົງ ສປຊ ​ບໍ່​ສາມາດ​​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ອອກ​ຖະ​​ແຫຼ​ງການ​ຕຳ​ນິຕິ​ຕຽນ​ເຫ​ດຍິງ​ທົດ​ລອງ​ຂອງ ສປປ ​ເກົາຫຼີ ຫວ່າງ​ມໍ່ໆ​ມານີ້, ພາຍຫຼັງ​ທີ່ ຈີນ ຊອກ​ຫາ​ວິທີ​ນຳ​​ເຂົ້າຖະ​ແຫຼ​ງການ​ບັນດາ​ຄຳ​ເວົ້າຄັດຄ້ານ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ​ໄລຍະ​ສຸດ​ທ້າຍ (THAAD) ຂອງ ອາ​ເມ​ລິ​ກາ ຢູ່ ສ. ​ເກົາຫຼີ. ອາ​ເມ​ລິ​ກາ ​ໄດ້​ປະກາດ​ຮ່າງ​ຖະ​ແຫຼ​ງການ​ຕຳ​ນິຕິ​ຕຽນ​ເຫດ​ຍິງ​ລູກ​ສອນ​ໄຟ​ເມື່ຶອວັນ​ທີ 2/8 ຂອງ ສປປ ​ເກົາຫຼີ ຢ່າງ​​ແຮງ, ​ໃນ​ນັ້ນ​ສະ​ແດງ​ຄວາມ​ວິຕົກ​ວັງວົນ​ເປັນ​ພິ​ເສດ​ຕໍ່ໜ້າ​ເລື່ອງ​ລູກ​ສອນ​ໄຟ​ລູກ​ໜຶ່ງ​ຕົກ​ເຂົ້າ​ບໍລິ​ເວນໃກ້​ກັບ​ເຂດ​​ແດນ​ດິນ ຍີ່ປຸ່ນ. ຈີນ ​ໄດ້​ສະ​ເໜີ​ນຳ​ເຂົ້າ​ເນື້ອ​ໃນ​ທີ່​ວ່າ “ທຸກໆ​ຝ່າຍ​ກ່ຽວ​ຂ້ອງ​ຄວນ​ຫຼີກ​ລ້ຽງ​ບໍ່​ວ່າ​ມີ​ການ​ກະທຳ​ໃດໆ​ສາມາດ​ເກາະ​ພິດ ​ເຊິ່ງກັນ ​ແລະ ກັນ ​ແລະ ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ, ບໍ່​ຄວນ​ຜັນ​ຂະຫຍາຍ​ບໍ່​ວ່າ​ຮາກ​ຖານ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ໃໝ່​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ດ້ວຍ​ສາຍ​​ເຫດ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ຈາກ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສ​ປປ ​ເກົາ​ຫຼີ”. ບັນດາ​ນັກ​ການ​ທູດ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ຖະ​ແຫຼ​ງການ​ຂອງ ສະພາ​ຄວາມ​ໝັ້ນຄົງ, ​ເຄີຍ​ຕ້ອງ​ເປັນ​ເອກະສັນ​ໂດຍ​ອີງ​ໃສ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ບໍ່ມ​ີທາງ​ອອກ. ນີ້​​ເປັນ​ຄັ້ງ​ທີ 2 ​ໃນ 2 ​ເດືອນ ສະພາ​ຄວາມ​ໝັ້ນຄົງ ສປຊ ບໍ່ສາມາດ​ເປັນ​ເອກະ​ພາບກັນ​ກ່ຽວ​ກັບ​ການ​ຕຳ​ນິຕິ​ຕຽນ ສປປ ​ເກົາຫຼີ, ຍ້ອນ​ບັນດາ​ການ​ຄັດຄ້ານ​ຂອງ ຈີນ.