ສະພາ​ຄວາມໝັ້ນຄົງ ສປຊ ​ໂຮມປະຊຸມ​ກ່ຽວກັບ​ການ​ເຄື່ອນ​​ໄຫວ​ສັນຕິພາບ ​ແລະ ສິດທິ​ມ​ະນຸດ

Chia sẻ
(VOVWORLD) -    ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມອອນລາຍເປີດ ໃນວັນທີ 07 ກໍລະກົດ ດ້ວຍຫົວຂໍ້ “ການເຄື່ອນໄຫວສັນຕິພາບ ແລະ ສິດທິມະນຸດ”.

        ທີ່ກອງປະຊຸມ, ຫຼາຍປະເທດສະມາຊິກ ສະພາຄວາມໝັ້ນຄົງ ໄດ້ເນັ້ນໜັກເຖິງບັນດາຫຼັກການພື້ນຖານຂອງການສ້າງສັນຕິພາບ ແລະ ບົດບາດແຕ່ລະປະເທດໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ກໍຄືບັນຫາການເຄື່ອນໄຫວສັນຕິພາບ ຄວນເອົາໃຈໃສ່ເຖິງການປົກປ້ອງບັນດາກຸ່ມຄົນທີ່ມີຄວາມສ່ຽງສູງກວ່າເພິ່ນໃນການປະທະກັນ.

ສະພາ​ຄວາມໝັ້ນຄົງ ສປຊ ​ໂຮມປະຊຸມ​ກ່ຽວກັບ​ການ​ເຄື່ອນ​​ໄຫວ​ສັນຕິພາບ ​ແລະ ສິດທິ​ມ​ະນຸດ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ(ພາບ: TTXVN) 

        ກ່າວຄໍາເຫັນກ່ຽວກັບບັນຫາດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຢັ້ງຢືນຄືນໃໝ່ບັນດາຫຼັກການພື້ນຖານຂອງການເຄື່ອນໄຫວສັນຕິພາບ ແລະ ເລື່ອງປະເທດເຈົ້າພາບມີຄວາມຮັບຜິດຊອບແຖວໜ້າໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຮັບປະກັນລັກສະນະຖືກຕ້ອງຊັດເຈນ ແລະເປັນກາງຂອງການເກັບກໍາຂໍ້ມູນໃນວິວັດການຕິດຕາມກວດກາ, ລາຍການ ແລະ ວິເຄາະໄຈ້ແຍກກ່ຽວກັບສະພາບການປະຕິບັດສິດທິມະນຸດ ພ້ອມທັງເນັ້ນໜັກເຖິງການປົກປ້ອງບັນດາກຸ່ມຄົນທີ່ມີຄວາມສ່ຽງສູງກວ່າເພິ່ນໃນສະພາບທີ່ການປະທະກັນເກີດຂຶ້ນຢູ່ທົ່ວທຸກແຫ່ງ. ທ່ານກໍໃຫ້ຄໍາຕັກເຕືອນແກ່ກໍາລັງຮັກສາສັນຕິພາບວ່າ ຕ້ອງແມ່ນກໍາລັງນໍາໜ້າໃນການປະຕິບັດບັນດາຫຼັກການ, ລະບຽບວິໄນຂອງ ສປຊ, ໄດ້ປະກອບຄວາມຮູ້, ທັກສະຢ່າງຄົບຖ້ວນ.

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ