ສະ​ພາຄຸນສົມບັດໄດ້ຮັບຮອງເອົາໝາກຜົນການທົດລອງໄລຍະ 3A ວັກຊິນ Nanocovax

Chia sẻ
(VOVWORLD) -ສະພາຄຸນສົມບັດແຫ່ງຊາດໄດ້ຮັບຮອງເອົາໝາກຜົນການທົດລອງເບື້ອງຕົ້ນກາງສະໄໝໄລຍະ 3A ຂອງວັກຊິນ Nanocovax. ນີ້ແມ່ນວັກຊິນກັນໂຄວິດ-19 ທຳອິດຂອງຫວຽດນາມ ໄດ້ຮັບອະນຸຍາດສັກຕໍ່ຄົນ.
ສະ​ພາຄຸນສົມບັດໄດ້ຮັບຮອງເອົາໝາກຜົນການທົດລອງໄລຍະ 3A ວັກຊິນ Nanocovax - ảnh 1ວັກຊິນ Nanocovax
(ພາບ: bnews.vn)

ສະພາຄຸນສົມບັດແຫ່ງຊາດໄດ້ຮັບຮອງເອົາໝາກຜົນການທົດລອງເບື້ອງຕົ້ນກາງສະໄໝໄລຍະ 3A ຂອງວັກຊິນ Nanocovax. ນີ້ແມ່ນວັກຊິນກັນໂຄວິດ-19 ທຳອິດຂອງຫວຽດນາມ ໄດ້ຮັບອະນຸຍາດສັກຕໍ່ຄົນ.

        ທ່ານສາດສະດາຈານ ເຈືອງຫວຽດຢຸງ, ປະທານສະພາຄຸນສົມບັດແຫ່ງຊາດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ສະພາຄຸນສົມບັດໄດ້ຮັບຮອງເອົາໝາດຜົນການທົດລອງວັກຊິນ Nanocovax ສັກຕໍ່ຄົນ ນັບທັງທາງດ້ານຄວາມປອດໄພ ແລະ ລັກສະນະຕ້ານທານ, ໃນບົດລາຍງານກາງສະໄໝໄລຍະ 3A. ໄລ່ລວມໝາກຜົນຂອງໄລຍະ 2 ແລະ ກາງສະໄໝໄລຍະ 3A ໄດ້ສະແດງໃຫ້ເຫັນວ່າ, ຄິດສະເລ່ຍການຕ້ານທານໃນເລືອດເພີ່ມຂຶ້ນກວ່າ 200 ເທົ່າ ພາຍຫຼັງສັກວັກຊິນເປັນເວລາ 42 ວັນ. ປະຈຸບັນ, ສຳເນົາເອກະສານ, ຂໍ້ມູນກ່ຽວກັບການທົດລອງວັກຊິນ Nanocovax ໄດ້ສົ່ງເຖິງສະພາໃຫ້ຄຳປຶກສາຮັບໃບອະນຸຍາດຈົດທະບຽນນຳໃຊ້ຢາ, ວັດຖຸດິບເຮັດຢາຂອງກະຊວງສາທາລະນະສຸກ ເພື່ອພິຈາລະນາອະນຸຍາດໂດຍດ່ວນໂດຍມີເງື່ອນໄຂ.

ຕອບກັບ