ສະ​ພາ​ກາ​ແດງ ຫວຽດ​ນາມ ສືບ​ຕໍ່​ຮຽກ​ຮ້ອງ​​ສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

Chia sẻ
(VOVWORLD) -ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.
ສະ​ພາ​ກາ​ແດງ ຫວຽດ​ນາມ ສືບ​ຕໍ່​ຮຽກ​ຮ້ອງ​​ສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສະພາກາແດງ ຫວຽດນາມ ສືບຕໍ່ຮຽກຮ້ອງສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: ສູນກາງສະພາກາແດງ ຫວຽດນາມ)

ເພື່ອແນໃສ່ລະດົມແຫຼ່ງກຳລັງໃຫ້ ຫຼາຍກ່ວາອີກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19, ວັນທີ 4 ສິງຫາ, ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງ ສືບຕໍ່ຮຽກຮ້ອງສະໜັບສະໜູນຮັບມືກັບໂລກລະບາດໂຄວິດ - 19 ຈົນຮອດວັນທີ 30 ກັນຍາ 2021.

ກ່ອນໜ້ານັ້ນ, ໃນວັນທີ 26 ພຶດສະພາ, ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ປະກາດໃຊ້ຄຳຮຽກຮ້ອງກ່ຽວກັບການສະໜັບສະໜູນປະຊາຊົນຮັບມືກັບໂລກລະບາດໂຄວິດ - 19. ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.

ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄະນະ, ຫົວໜ່ວຍສັງກັດສູນກາງ ສະພາກາແດງ ແລະ ສະພາກາແດງ ບັນດາແຂວງ, ນະຄອນສືບຕໍ່ຂົນຂວາຍປະຕິບັດບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ