ສະຖານທູດຫວຽດນາມປະຈຳອາເມລິກາມອບຜ້າອັດປາກ-ອັດດັງໃຫ້ອົງການພັດທະນາການເງິນສາກົນອາເມລິກາ

Chia sẻ
(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ໄດ້ມີການເຮັດວຽກກັບທ່ານ Adam Boehler, ຜູ້ອຳນວຍການໃຫຍ່ບໍລິຫານ DFC

ສະຖານທູດຫວຽດນາມປະຈຳອາເມລິກາມອບຜ້າອັດປາກ-ອັດດັງໃຫ້ອົງການພັດທະນາການເງິນສາກົນອາເມລິກາ - ảnh 1 ທ່ານ ຮ່າກິມງອັກ ໄດ້ມີການເຮັດວຽກກັບທ່ານ Adam Boehler

(ພາບ: TTXVN)

ວັນທີ 02 ມິຖຸນາ, ຢູ່ສຳນັກງານອົງການພັດທະນາການເງິນສາກົນອາເມລິກາ (DFC) ຢູ່ວໍຊິງຕັນ ດີຊີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ໄດ້ມີການເຮັດວຽກກັບທ່ານ Adam Boehler, ຜູ້ອຳນວຍການໃຫຍ່ບໍລິຫານ DFC ເພື່ອແລກປ່ຽນ, ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ DFC ແລະ ບັນດາອົງການຂອງຫວຽດນາມ ໃນໄລຍະຜ່ານມາ.

        ຢູ່ພາກພື້ນ, DFC ເອົາໃຈໃສ່ໜູນຊ່ວຍບັນດາໂຄງການພັດທະນາຢູ່ອະນຸພາກພື້ນແມ່ນ້ຳຂອງ, ກໍ່ຄືບັນດາໂຄງການຜະລິດບັນດາຜະລິດຕະພັນຍຸດທະສາດໃນລະບົບການສະໜອງສິນຄ້າຂອງອາເມລິກາ. ໃນການກຳນົດທິດນັ້ນ, ຍາມໃດ DFC ກໍຖືເປັນສຳຄັນ ແລະ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນບັນດາໂຄງການຮ່ວມມືຂອງອາເມລິກາ.

        ສ່ວນທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງຕໍ່ບົດບາດຂອງ DFC ແລະ ປາດຖະໜາວ່າ, 2 ຝ່າຍຈະເປັນເອກະພາບນຳກັນ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືລະອຽດຢູ່ພາກພື້ນໂດຍໄວ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ມອບ ຜ້າອັດປາກ-ອັດດັງໂດຍບັນດາວິສາຫະກິດຫວຽດນາມ ຜະລິດໃຫ້ພະນັກງານ, ພາລະກອນ DFC ຈຳນວນ 500 ອັນ.

ຕອບກັບ