ສະ​ຖານ​ທູດ ຫວຽດ​ນາມ​ ປະ​ຈຳ​ຝ​ລັ່ງ ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານຮ່ວາງຈຸງຫ໋າຍໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ຝລັ່ງແມ່ນສອງປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ດ້ວຍບັນດາການພົວພັນມາແຕ່ດົນນານກ່ຽວກັບປະຫວັດສາດ, ວັດທະນະທຳ, ມະນຸດ, ມີຫຼາຍຜົນປະໂຫຍດທີ່ຄ້າຍຄືກັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອເພີ່ມທະວີການຮ່ວມມື.
ສະ​ຖານ​ທູດ ຫວຽດ​ນາມ​ ປະ​ຈຳ​ຝ​ລັ່ງ ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ - ảnh 1ທ່ານ ຮ່ວາງຈຸງຫ໋າຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ກ່າວຄຳເຫັນພິທີ

ວັນທີ 16 ກັນຍາ, ຢູ່ນະຄອນຫຼວງ ປາຣິ, ຝລັ່ງ, ສະຖານທູດ ຫວຽດນາມປະຈຳຝລັ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ກ່າວຄຳເຫັນທີ່ນີ້, ທ່ານ ຮ່ວາງຈຸງຫ໋າຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍເນັ້ນໜັກວ່າ:

        ຜົນສຳເລັດຂອງວິວັດການປ່ຽນແປງໃໝ່ໄດ້ນຳຫວຽດນາມຈາກປະເທດຫຼ້າຫຼັງ ແລະ ດ້ອຍພັດທະນາກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ ແລະ ມີຄວາມດູດດຶມ ຢູ່ ອາຊີ.     ຫວຽດນາມຍັງໄດ້ຮູ້ຈັກເຖິງດ້ວຍບົດບາດເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຈາກປະຊາຄົມສາກົນ. ປີ 2019 ໄດ້ສ້າງບັນດາຂີດໝາຍສຳຄັນຂອງ ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 2021. ປີ 2020 ຫວຽດນາມຈະດຳລົງຕຳແໜ່ງເປັນປະທານອາຊຽນ.

        ທ່ານຮ່ວາງຈຸງຫ໋າຍໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ຝລັ່ງແມ່ນສອງປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ດ້ວຍບັນດາການພົວພັນມາແຕ່ດົນນານກ່ຽວກັບປະຫວັດສາດ, ວັດທະນະທຳ, ມະນຸດ, ມີຫຼາຍຜົນປະໂຫຍດທີ່ຄ້າຍຄືກັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອເພີ່ມທະວີການຮ່ວມມື. ການພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ ກໍ່ມີການປະກອບສ່ວນ ຂອງປະຊາຄົມຊາວຫວຽດນາມອາໄສຢູ່ຝລັ່ງຫຼາຍພໍສົມຄວນ.

ຕອບກັບ