ສະຖານທີ່ 5 ແຫ່ງເພື່ອປ່ອນບັດເລືອກຕັ້ງສະພານິຕິບັນຍັດລີບີຖືກວາງລະເບີດ

Chia sẻ
(vovworld)- ສະຖານ​ທີ່​ປ່ອນ​ບັດ 5 ​ແຫ່ງ​ໃນ​ການ​ເລືອກ​ຕັ້ງ​ສະພານິຕິບັນຍັດລີ​ບີ​ເມື່ອ​ວັນ​ທີ 20/2 ​ໄດ້​ກາຍ​ເປັນ​ເປົ້າໝາຍ​ວາງ​ລະ​ເບີດ...
   ສະຖານທີ່ 5 ແຫ່ງເພື່ອປ່ອນບັດເລືອກຕັ້ງສະພານິຕິບັນຍັດລີບີຖືກວາງລະເບີດ - ảnh 1
ສະຖານ​ທີ່​ປ່ອນ​ບັດ ​ແຫ່ງ 1 ​ໃນ​ການ​ເລືອກ​ຕັ້ງ​ສະພານິຕິບັນຍັດລີ​ບີ​ເມື່ອ​ວັນ​ທີ 20/2    (ພາບ: AP)

(vovworld)- ສະຖານ​ທີ່​ປ່ອນ​ບັດ 5 ​ແຫ່ງ​ໃນ​ການ​ເລືອກ​ຕັ້ງ​ສະພານິຕິບັນຍັດລີ​ບີ​ເມື່ອ​ວັນ​ທີ 20/2 ​ໄດ້​ກາຍ​ເປັນ​ເປົ້າໝາຍ​ວາງ​ລະ​ເບີດ. ​ແລະ ສະຖານ​ທີ່​ປ່ອນ​ບັດ​ເຫຼົ້າ​ນັ້ນ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກ. ຂ່າວສານ Itar – Tass ຂອງ​ລັດ​ເຊຍ​ໄດ້​ໃຫ້​ຂ່າວ​ວ່າ ບັນດາ​ເຫດ​ວາງ​ລະ​ເບ​ີດ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ​ພຽງ 2-3 ຊົ່ວ​ໂມງ​ທີ່ສະພາ ນິຕິບັນຍັດລີ​ບີ​ເລີ່​ມປະຊຸມ​ໃນ​ເວລາ 8 ​ໂມງ​ເຊົ້າ(ຕາມ​ເວລາ​ທ້ອງ​ຖິ່ນ) . ຕະນະ​ກຳມະການ​ເລືອກ​ຕັ້ງ​ ລີ​ບີ​ໄດ້​ຢັ້ງຢືນ​ຂ່າວ​ຄາວ​ກ່ຽວ​ກັບ​ບັນດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ນີ້. ຕາມ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ແລ້ວ, ນີ້​ແມ່ນ​ບັນດາສະຖານ​ທີ່​ປ່ອນ​ບັດຖືກ​ສ້າງຕັ້ງ​ຢູ່​ໂຮງຮຽນ​ຕ່າງໆ​ທີ່​ນະຄອນ Dena ​ແລະ ບໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຈາກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ.