ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ແຜ່​ກະ​ຈາຍ​ຢູ່​ສຳ​ນັກ​ງານ UNESCO

Chia sẻ
(VOVWORLD) - ເຫດການແມ່ນໂອກາດເພື່ອໃຫ້ ຫວຽດນາມ ແລະ UNESCO ຊຸກຍູ້ບົດບາດບັນດານາມມະຍົດ, ມໍລະດົກ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຢັ້ງຢືນການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO  ໄດ້ກາຍເປັນແບບຢ່າງເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. 
ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ແຜ່​ກະ​ຈາຍ​ຢູ່​ສຳ​ນັກ​ງານ UNESCO - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: VOV-Paris)

ຕອນຄ່ຳວັນທີ 6 ພະຈິກ, ຢູ່ສຳນັກງານອົງການ UNESCO ທີ່ນະຄອນຫຼວງ ປາຣີ, ຝລັ່ງ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO  ໄດ້ຈັດຄ່ຳຄືນວັດທະນະທຳ ຫວຽດນາມ ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳແມ່ນກຳລັງໜູນໃຫ້ແກ່ສັນຕິພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພັດທະນາແບບຍືນຍົງ”. ໂດຍໄດ້ດຳເນີນກ່ອນທີ່ຈັດກອງປະຊຸມສະມັດຊາໃຫຍ່ຊຸດທີ 42 UNESCO, ເຫດການໄດ້ດຶງດູດການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ການນຳ UNESCO ເກືອບ 200 ທ່ານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ເນັ້ນໜັກວ່າ ເຫດການແມ່ນໂອກາດເພື່ອໃຫ້ ຫວຽດນາມ ແລະ UNESCO ຊຸກຍູ້ບົດບາດບັນດານາມມະຍົດ, ມໍລະດົກ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຢັ້ງຢືນການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO  ໄດ້ກາຍເປັນແບບຢ່າງເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ທ່ານກ່າວວ່າ:

        “ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນ ເພື່ອໃຫ້ພວກເຮົາ ຢັ້ງຢືນການຖືເປັນສຳຄັນກ່ຽວກັບການຮ່ວມມືຂອງ ຫວຽດນາມ ກັບອົງການ UNESCO. ພິເສດແມ່ນໄລຍະທີ່ ຫວຽດນາມ ກຳລັງ ອອກສະໝັກເລືອກຕັ້ງເຂົ້າ ຄະນະກຳມະການມໍລະດົກໂລກ. ນີ້ກໍເປັນໂອກາດເພື່ອໂຄສະນານະໂຍບາຍຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າໃນການອະນຸລັກຮັກສາບັນດາມໍລະດົກໂລກເວົ້າລວມ ແລະ ຜ່ານນັ້ນ ສົ່ງສານທີ່ວ່າ: ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີການປະກອບສ່ວນສຳຄັນ ເມື່ອອອກສະໝັກເລືອກຕັ້ງເຂົ້າຄະນະກຳມະການມໍລະດົກໂລກຢ່າງສຳເລັດຜົນ”.

ແອັງຕວັນ - ແມ້ງຮ່າ: ນັກຂ່າວ VOV ປະຈຳ ປາຣີ.

 

ຕອບກັບ