ສື່ມວນຊົນສາກົນຕີລາຄາສູງສູນສື່ມວນຊົນອິນເຕີແນັດຂອງ ຫວຽດນາມ

Chia sẻ
(VOVWORLD) - ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ເຂົາເຈົ້າເອົາຂ່າວ, ປະຕິບັດໜ້າທີ່ໃຫ້ສຳເລັດ ແລະ ນີ້ກໍ່ແມ່ນສິ່ງທີ່ສະດວກທີ່ສຸດໃຫ້ທັງ2 ຝ່າຍ.
ສື່ມວນຊົນສາກົນຕີລາຄາສູງສູນສື່ມວນຊົນອິນເຕີແນັດຂອງ ຫວຽດນາມ - ảnh 1ທ່ານນາງ ເລທິທູຮັ່ງ, ຫົວໜ້າກົມສື່ມວນຊົນ, ກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

  “ເລື່ອງສ້າງຕັ້ງສູນສື່ມວນຊົນອິນເຕີແນັດ ເພື່ອສະໜອງຂໍ້ມູນຂ່າວສານໂດຍກົງກ່ຽວກັບກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII ໃຫ້ບັນດານັກຂ່າວຕ່າງປະເທດທີ່ບໍ່ສາມາດມາ ຫວຽດນາມ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ໄດ້ຮັບການຕີລາຄາຈາກບັນດາອົງການສື່ມວນຊົນສາກົນ ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມສະດວກ”. ທ່ານນາງ ເລທິທູຮັ່ງ, ຫົວໜ້າກົມສື່ມວນຊົນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ຄືດັ່ງກ່າວຢູ່ນອກກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIII ໃນວັນທີ 29 ມັງກອນ.

      ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ບັນດາອົງການສື່ມວນຊົນສາກົນໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ເຂົາເຈົ້າເອົາຂ່າວ, ປະຕິບັດໜ້າທີ່ໃຫ້ສຳເລັດ ແລະ ນີ້ກໍ່ແມ່ນສິ່ງທີ່ສະດວກທີ່ສຸດໃຫ້ທັງ2 ຝ່າຍ.

ຕອບກັບ