ສື່ມວນ​ຊົນ ອີ​ຕາ​ລີ: ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ

Chia sẻ
(VOVWORLD) -ບົດຂຽນ “ຫວຽດນາມ ເພີ່ມທະວີການຄ້າ, ການລົງທຶນກັບ ອີຕາລີ ແລະ ເອີລົບ”ໃນໜັງສືພິມ La Citta Futura ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຊຸກຍູ້ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດເອີລົບຢ່າງແຮງ.
ສື່ມວນ​ຊົນ ອີ​ຕາ​ລີ: ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ທີ່ເວທີປາໄສຂັ້ນສູງຫວຽດນາມ - ອັງກິດ ກ່ຽວກັບເສດຖະກິດ ແລະ ການລົງທຶນ (ພາບ: TTXVN)

ການຢ້ຽມຢາມ 2 ປະເທດຢູ່ເອີລົບຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໃນລະຫວ່າງວັນທີ 26 – 30 ມິຖຸນາ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນອີຕາລີ. ບັນດາບົດຮຽນໄດ້ສຸມໃສ່ເນັ້ນໜັກເຖິງໝາກຜົນຂອງການຮ່ວມມືຢ່າງຕັ້ງໜ້າທີ່ບັນລຸໄດ້ລະຫວ່າງ ຫວຽດນາມ ກັບບັນດາປະເທດເອີລົບ, ເປັນຕົ້ນແມ່ນການຄ້າ, ການລົງທຶນ.

ບົດຂຽນ “ຫວຽດນາມ ເພີ່ມທະວີການຄ້າ, ການລົງທຶນກັບ ອີຕາລີ ແລະ ເອີລົບ”ໃນໜັງສືພິມ La Citta Futura ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຊຸກຍູ້ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດເອີລົບຢ່າງແຮງ.ບົດຂຽນໄດ້ລວບລວມຄວາມກ້າວໜ້າກະໂດດຂັ້ນກ່ຽວກັບການຄ້າສອງສົ້ນລະຫວ່າງສອງປະເທດ ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງທີ່ຕັ້ງບົດບາດຂອງ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງອີຕາລີຢູ່ອາຊີຕາເວັນອອກສ່ຽງໃຕ້, ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ ໃຫ້ແກ່ EU ເວົ້າລວມ ແລະ ອີຕາລີເວົ້າສະເພາະ ກັບອາຊຽນ.

ຕອບກັບ