ສື່ມວນຊົນ ຍີ່ປຸ່ນ: ການຮ່ວມມືຢ່າງແໜ້ນແຟ້ນ ຫວຽດນາມ - ຍີ່ປຸ່ນ ປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ

Chia sẻ
(VOVWORLD) - ຖະແຫຼງການຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸຸ່ນໃນວັນທີ 27 ພະຈິກ ນັ້ນ, ໝາຍຄວາມວ່າ ຍີ່ປຸ່ນ ຍາດໄດ້ທີ່ຕັ້ງເປັນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ.
ສື່ມວນຊົນ ຍີ່ປຸ່ນ: ການຮ່ວມມືຢ່າງແໜ້ນແຟ້ນ ຫວຽດນາມ - ຍີ່ປຸ່ນ ປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ - ảnh 1ໜັງສືພິມ Japan Today
(ພາບ: TTXVN)

        ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ.

 ວັນທີ 27 ພະຈິກ, ເວັບໄຊທາງການຂອງລັດຖະບານ ຍີ່ປຸ່ນ ໄດ້ລົງຂ່າວກ່ຽວກັບການເຈລະຈາລະຫວ່າງການນຳ 2 ທ່ານຢູ່ຫ້ອງວ່າການນາຍົກລັດຖະມົນຕີ. ດ້ວຍຫົວຂໍ້ “ຍີ່ປຸ່ນ, ຫວຽດນາມ ເພີ່ມທະວີການພົວພັນຄວາມໝັ້ນຄົງ ແລະ ເສດຖະກິດ”, ຂ່າວເຫດການໃນວັນທີ 28 ພະຈິກ ຂອງໜັງສືພິມ Japan Today ແມ່ນການໂອ້ລົມເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Fumio Kishida ກັບທ່ານປະທານປະເທດ ຫວໍວັນເຖືອງ. ໜັງສືພິມນີ້ໄດ້ໃຫ້ຂໍ້ສັງເກດວ່າ, ຖະແຫຼງການຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸຸ່ນໃນວັນທີ 27 ພະຈິກ ນັ້ນ, ໝາຍຄວາມວ່າ ຍີ່ປຸ່ນ ຍາດໄດ້ທີ່ຕັ້ງເປັນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ.

        ເວັບໄຊຂອງວິທະຍຸ NHK ແລະ TBS ໄດ້ໃຫ້ຂ່າວກ່ຽວກັບການພົບປະລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບທ່ານອະດີດເລຂາທິການໃຫຍ່ພັກປະຊາທິປະໄຕເສລີກຳອຳນາດ Nikai Toshihiro, ທ່ານອະດີດນາຍົກລັດຖະມົນຕີ Yoshihide Suga ພ້ອມກັບບັນດາສະມາຊິກສຳພັນທະມິດ ລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເພື່ອ “ຊຸກຍູ້ການແລກປ່ຽນລະຫວ່າງ 2 ປະເທດ”.

ຕອບກັບ