ສື່ມວນ​ຊົນ ກູ​ບາ ແລະ ພາກ​ພື້ນ ຊີ້​ໃຫ້​ເຫັນ​​ຜົນ​ສຳ​ເລັດ​ຂອງ​ເສັ້ນ​ທາງ​​ສັງ​ຄົມນິ​ຍົມ ຢູ່ ຫວຽດ​ນາມ

Chia sẻ
(VOVWORLD) -   ວັນທີ 2 ກຸມພາ, ສື່ມວນຊົນ ກູບາ ແລະ ພາກພື້ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ກອມມູນິດ ຫວຽດນາມ, ໃນນັ້ນ, ຊີ້ໃຫ້ເຫັນຢ່າງຈະແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ສື່ມວນ​ຊົນ ກູ​ບາ ແລະ ພາກ​ພື້ນ ຊີ້​ໃຫ້​ເຫັນ​​ຜົນ​ສຳ​ເລັດ​ຂອງ​ເສັ້ນ​ທາງ​​ສັງ​ຄົມນິ​ຍົມ ຢູ່ ຫວຽດ​ນາມ - ảnh 1 ສະຖານທີ່ຈັດຕັ້ງກອງປະຊຸມ ໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ:TTXVN)

ໜັງສືພິມເອເລັກໂຕນິກ Gramma, ສຽງຂອງພັກກອມມູນິດ ກູບາ ພ້ອມດ້ວຍສື່ສິ່ງພິມເອເລັກໂຕນິກອື່ນໆຂອງ ກູບາ ໄດ້ຄັດສະເໜີຄາອວຍພອນຂອງ ທ່ານກຳມະການກົມການເມືອງ, ປະທານປະເທດ ກູບາ Miguel Diaz – Canel ໃນບັນຊີສ່ວນຕົວສື່ສັງຄົມອອນລາຍ Twitter, ໃນນັ້ນ ການນຳ ກູບາ ໄດ້ຂຽນວ່າ: “ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນມາຍັງສະຫາຍ ຫງວຽນຝູຈ້ອງ ທີ່ເຄົາລົບຮັກ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກກອມມູນິດ ຫວຽດນາມ”.

        ສຳນັກຂ່າວສານ Prensa Latina ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນພິທີອັດກອງປະຊຸມ ແລະ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ  13 ຂອງ ພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ ແລະ ຈະເປີດກວ້າງເສັ້ນທາງຂຶ້ນສູ່ສັງຄົມນິຍົມຂອງປະເທດຊາດ.

        ເວັບໄຊຂອງຊ່ອງໂທລະພາບນາໆຊາດ Telesur ໄດ້ເນັ້ນໜັກເຖິງຜົນສຳເລັດຂອງເສັ້ນທາງຂຶ້ນສູ່ສັງຄົມນິຍົມຂອງ ຫວຽດນາມ ກໍຄື ຄວາມສາມັກຄີຢ່າງແຮງ ລະຫວ່າງ ພັກ, ກອງທັບ ແລະ ປະຊາຊົນ ຫວຽດນາມ.


ຕອບກັບ