ສປປ.ເກົາຫຼີກຽມພ້ອມສົ່ງຜູ້ຕາງໜ້າເຖິງຍີ່ປຸ່ນເພື່ອເຂົ້າຮ່ວມການເຈລະຈາ2ຝ່າຍ
ທ່ານ Song Il Ho, ເອກອັກຄະລັດຖະທູດ ສປປ ເກົາຫຼີ ຮັບຜິດຊອບການເຈລະຈາຫັນການພົວພັນກັບ ຍີ່ປຸ່ນ ເປັນປົກກະຕິ...
ຄະນະເຈລະຈາ ຍີ່ປຸ່ນ - ສປປ ເກົາຫຼີ ໃນການເຈລະຈາເມື່ອວັນທີ 26/5 ຢູ່ Stockholm
(ພາບ: AFP/TTXVN)
(vovworld) – ວັນທີ 2/6, ທ່ານ Song Il Ho, ເອກອັກຄະລັດຖະທູດ ສປປ ເກົາຫຼີ ຮັບຜິດຊອບການເຈລະຈາຫັນການພົວພັນກັບ ຍີ່ປຸ່ນ ເປັນປົກກະຕິ ໄດ້ເຕື້ອງເຖິງຄວາມສາມາດຈະໄປ ຍີ່ປຸ່ນ ເພື່ອສືບຕໍ່ບັນດາການເຈລະຈາ 2 ຝ່າຍຖ້າຫາກຝ່າຍ ໂຕກຽວ ສະເໜີ. ໃນຄວາມມານະພະຍາຍາມ ເພື່ອແນໃສ່ຊຸກຍູ້ການພົວພັນກັບ ຍີ່ປຸ່ນ ບົນພື້ນຖານບັນດາຂໍ້ຕົກລົງທີ່ 2 ຝ່າຍບັນລຸໄດ້ໃນການເຈລະຈາແກ່ຍາວເປັນເວລາ 3 ວັນຢູ່ Stockholm ປະເທດ ຊູແອດ ເມື່ອອາທິດກ່ອນ, ທ່ານ Song Il Ho ຢັ້ງຢືນວ່າ: ມາຮອດປະຈຸບັນ ພຽງຢາງ ຍັງບໍ່ທັນປະຕິເສດບໍ່ວ່າຂໍ້ສະເໜີໃດໆຈາກຝ່າຍ ຍີ່ປຸ່ນ.
ກ່ອນໜ້ານັ້ນ, ທ່ານຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Yoshihide Suga ຊີ້ແຈ້ງວ່າ: ລັດຖະບານ ຍີ່ປຸ່ນ ກຽມພ້ອມ ປະຕິບັດແຜນການດັ່ງກ່າວຖ້າຫາກສິ່ງດັ່ງກ່າວແມ່ນຈຳເປັນໃຫ້ແກ່ການສືບສວນພົນລະເມືອງ ຍີ່ປຸ່ນ ຈຳນວນໜຶ່ງຖືກລອກຈັບຕົວ. ຕາມແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ແລ້ວ, 2 ປະເທດອາດຈະຈັດຕັ້ງຮອບເຈລະຈາຕໍ່ໄປຢ່າງໄວສຸດແມ່ນໃນເດືອນ 6 ຖ້າຫາກ ພຽງຢາງ ຈັດຕັ້ງການສືບສວນຄືນໃໝ່ກ່ຽວກັບບັນດາຊາວ ຍີ່ປຸ່ນ ຖືກລອກຈັບຕົວ.