ສປປເກົາຫຼີ ປະຕິເສດຂໍ້ສະເໜີ ອຸປະຖຳຂອງສ.ເກົາຫຼີ

Chia sẻ
ສປປ​ເກົາຫຼີ ​ໄດ້​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ຈະ​ບໍ່​ຮັບ​​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ສ.​ເກົາຫຼີ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ພຽງ​ຢາງ
ສປປເກົາຫຼີ ປະຕິເສດຂໍ້ສະເໜີ ອຸປະຖຳຂອງສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 12/9 ສປປ​ເກົາຫຼີ ​ໄດ້​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ຈະ​ບໍ່​ຮັບ​​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ສ.​ເກົາຫຼີ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ພຽງ​ຢາງ ພື້ນ​ຟູ​ຄວາມ​ເສຍ​ຫາຍ​ຍ້ອນ​ນ້ຳ​ຖ້ວມ. ຕາມ​ສຳນັກ​ຂ່າວສານ Yonhap, ​ເຫດ​ຜົນ​ທີ່ ສປປ​ເກົາຫຼີ ຍົກ​ອອກ​ມາ ​ແມ່ນ​ປະ​ເທດ​ນີ້ “ບໍ່​ຕ້ອງ​ການ​ມີການຊ່ວຍ​ເຫຼືອ​ຄື​ແນວ​ນັ້ນ”. ຂໍ້​ຕົງ​ລົງ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ 2 ວັນ​ເມື່ອ​ພຽງ​ຢາງຕົກລົງ​ກ່ຽວ​ກັບຂໍ້​ສະ​ເໜີ​ຂອງສ.​ເກົາຫຼີ ກ່ຽວ​ກັບ​ການ​ສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ດ່ວນ. ກ່ອນ​ໜ້າ​ນັ້ນ 1 ອາທິດ, ​​ເປັນ​ຄັ້ງ​ທຳ​ອິດ​​ໃນ 2 ປີຜ່ານມາທີ່ ເຊ​ອູ​ນຍົກ​ອອກ​ຂໍ້​ສະ​ເໜີ​ຊ່ວຍ​ພຽງ​ຢາງ ຟື້ນ​ຟູ​ໄພ​ທຳ​ມະ​ສາດ, ​ແຫ້ງ​ແລ້ງ ​ແລະ ພະຍຸນ້ຳ​ຖ້ວມ, ​ເຊິ່ງລວມມີທາດ​ແປ້ງ, ມີ​ສຳ​ເລັດ​ຮູບ ​ແລະ ຢູກຢາ 10.000 ຕົນທີ່​ມີ​ມູນ​ຄ່າ​ເກືອບ 8,9 ລ້ານ USD.