ສປປ ເກົາຫຼີ ຕົກລົງໃຫ້ ສປຊ ກວດກາການຮັບປະກັນຄວາມປອດໄພໃຫ້ບັນດາຖ້ຽວບິນສາກົນ

Chia sẻ
(VOVWORLD) -ສປປ ເກົາຫຼີ ໄດ້ເຫັນດີອະນຸຍາດໃຫ້ບັນດາເຈົ້າໜ້າທີ່ສາກົນດຳເນີນການກວດກາຢູ່ກັບທີ່ ກ່ຽວກັບການຮັບປະກັນຄວາມປອດໄພໃຫ້ບັນດາຖ້ຽວບິນສາກົນຕໍ່ໜ້າການເຄື່ອນໄຫວຍິງລູກສອນໄຟຂອງປະເທດນີ້.

ຫວ່າງແລ້ວນີ້, ສປປ ເກົາຫຼີ ໄດ້ເຫັນດີອະນຸຍາດໃຫ້ບັນດາເຈົ້າໜ້າທີ່ສາກົນດຳເນີນການກວດກາຢູ່ກັບທີ່ ກ່ຽວກັບການຮັບປະກັນຄວາມປອດໄພໃຫ້ບັນດາຖ້ຽວບິນສາກົນຕໍ່ໜ້າການເຄື່ອນໄຫວຍິງລູກສອນໄຟຂອງປະເທດນີ້. ອົງການການບິນພົນລະເຮືອນສາກົນ (ICAO) ໃຫ້ຮູ້ວ່າ: ເຈົ້າໜ້າທີ່ທ່ານໜຶ່ງສັງກັດກົມໃຫຍ່ການບິນພົນລະເຮືອນ ສປປ ເກົາຫຼີ ໄດ້ຍົກອອກການຮັບປະກັນດັ່ງກ່າວ ໃນຂະນະທີ່ຄະນະເຈົ້າໜ້າທີ່ຂັ້ນສູງ ICAO ໄປຢ້ຽມຢາມປະເທດນີ້ເມື່ອເດືອນພຶດສະພາຜ່ານມາ. ICAO ພວມສ້າງແຜນການສົ່ງເຈົ້າໜ້າທີ່ໄປເຖິງ ສປປ ເກົາຫຼີ ໃນປີໜ້າເພື່ອກວດກາສະພາບຕົວຈິງກ່ຽວກັບບັນດາມາດຕະການເຊິ່ງ ພຽງຢາງ ໄດ້ປະຕິບັດຕາມຄຳໝັ້ນສັນຍາເພື່ອແນໃສ່ຄວບຄຸມບັນດາເຫດຍິງລູກສອນໄຟທີ່ບໍ່ໄດ້ຮັບການປະກາດ.

        ພາຍຫຼັງການຢ້ຽມຢາມເມື່ອເດືອນ ພຶດສະພາ, ICAO ໃຫ້ຮູ້ວ່າ: ສປປ ເກົາຫຼີ  ໃຫ້ຄຳໝັ້ນສັນຍາຢຸດຕິບັນດາການເຄື່ອນໄຫວທີ່ເປັນອັນຕະລາຍຕໍ່ການບິນຄື ຍິງລູກສອນໄຟໄລຍະໄກ ເຊິ່ງບໍ່ໄດ້ລາຍງານລ່ວງໜ້າ. ສປປ ເກົາຫຼີ ດຳເນີນບັນດາເຫດຍິງລູກສອນໄຟເຊິ່ງບໍ່ປະກາດໃນປີ 2017, ໄດ້ກໍ່ໃຫ້ເກີດໄພນາບຂູ່ອັນໃຫຍ່ຫຼວງສຳລັບການເຄື່ອນໄຫວການບິນໃນພາກພື້ນ.

ຕອບກັບ