ສປຊ ຮຽກຮ້ອງໃຫ້ການໜູນຊ່ວຍ ຊູດັງ ຢ່າງຮີບດ່ວນ

Chia sẻ
(VOVWORLD) -ຊູດັງພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງຮ້າຍແຮງ ແລະ ຕ້ອງການການຊ່ວຍເຫຼືອຈາກປະຊາຄົມສາກົນ.

        ວັນທີ 25 ພະຈິກ, ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ, ຜູ້ຮັບຜິດຊອບກ່ຽວກັບບັນຫາມະນຸດສະທໍາ ແລະ ປະສານງານການໜູນຊ່ວຍດ່ວນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງໃຫ້ການຊ່ວຍເຫຼືອຊູດັງ ຢ່າງຮີບດ່ວນ ຍ້ອນເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ສະພາບຂາດໂພສະນາການ ແລະ ພະຍາດໂລຄາ.

        ຜູ້ນໍາໜ້າອົງການມະນຸດສະທໍາຂອງ ສປຊ ກ່າວເຕືອນວ່າ ຊູດັງພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງຮ້າຍແຮງ ແລະ ຕ້ອງການການຊ່ວຍເຫຼືອຈາກປະຊາຄົມສາກົນ.

        ທ່ານ Mark Lowcock ເນັ້ນໜັກວ່າ ຊູດັງ ມີໂອກາດຄັ້ງປະຫວັດສາດເພື່ອຫຼຸດພົ້ນອອກຈາກສະພາບການປະທະກັນທີ່ນອງເລືອດ, ຂາດສະຖຽນລະພາບທີ່ແກ່ຍາວມາເປັນເວລາຫຼາຍປີ ແລະ ສະແດງຄວາມຫວັງວ່າ ປະເທດອາຟະລິການີ້ ອາດຈະບັນລຸໄດ້ບັນດາບາດກ້າວເດີນທີ່ດີກວ່າໃນວິວັດການສ້າງສັນຕິພາບ.


ຕອບກັບ