ສປຊ ຍ້ອງຍໍ​ຊົມ​ເ​ຊີ​ຍຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຢ່າງ​ມີ​ປະສິດທິ​ຜົນ​ຂອງຫວຽດນາມ

Chia sẻ
(VOVWORLD) - ວັນທີ 18 ທັນວາ ຕາມເວລາ ອາເມລິກາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ (1989 – 2019) ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (1944 – 2019) ຢູ່ສໍານັກງານທີ່ນິວຢອກ.
ສປຊ ຍ້ອງຍໍ​ຊົມ​ເ​ຊີ​ຍຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຢ່າງ​ມີ​ປະສິດທິ​ຜົນ​ຂອງຫວຽດນາມ - ảnh 1ຄະນະນາຍທະຫານຫວຽດນາມ ກຽມພ້ອມໄປ ປະຕິບັດໜ້າທີ່ຢູ່ຊູດັງໃຕ້  (ພາບ: TTXVN)

        ທ່ານ  Jean – Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບກ່ຽວກັບບັນດາການເຄື່ອນໄຫວສັນຕິພາບ ໄດ້ກ່າວຄໍາອວຍພອນເຖິງກອງທັບປະຊາຊົນຫວຽດນາມ, ພ້ອມທັງສົ່ງຄໍາຂອບໃຈຢ່າງຈິງໃຈຕໍ່ບັນດາການປະກອບສ່ວນຂອງຫວຽດນາມ ທີ່ມີຕໍ່ ສປຊ, ໂດຍສະເພາະແມ່ນບັນດາການເຄື່ອນໄຫວຮັກສາສັນຕິພາບ. ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວ ເຊິ່ງຫວຽດນາມ ດໍາເນີນໃນຫວ່າງມໍ່ໆນີ້ ເພື່ອແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບຂອງການເຄື່ອນໄຫວຮັກສາສັນຕິພາບ ສົມກັບເປັນແບບຢ່າງໃຫ້ແກ່ຫຼາຍປະເທດທີ່ສຸດ, ພ້ອມທັງປາດຖະໜາວ່າ ໃນປີໜ້າ, ຈະມີໂອກາດຮ່ວມມືກັບ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບຫຼາຍກວ່າອີກ, ເມື່ອຫວຽດນາມຮັບບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.

        ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນທົ່ວໂລກຫຼາຍກວ່ານີ້ຕື່ມອີກ.


ຕອບກັບ