ສປຊ ກ່າວເຕືອນກ່ຽວກັບສະພາບຄ້າຂາຍສັດປ່າ

Chia sẻ
(VOVWORLD) - ຕາມບົດລາຍງານອາດຊະຍາກຳຄ້າຂາຍສັດປ່າໂລກ ຂອງ ຫ້ອງວ່າການ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ຂອບເຂດ ແລະ ຂອບຂະໜາດທົ່ວໂລກຂອງອາດຊະຍາກຳສັດປ່າຍັງໃຫຍ່ຫຼວງຢູ່.

ໄພຄ້າຂາຍສັດປ່າຜິດກົດໝາຍຍັງເກີດຂຶ້ນ ໂດຍບໍ່ຫົວຊາຕໍ່ບັນດາການເຄື່ອນໄຫວຕ້ານອາດຊະຍາກຳໃນຕະຫຼອດ 2 ທົດສະວັດຜ່ານມາ, ສົ່ງຜົນສະທ້ອນເຖິງສັດປະມານ 4.000 ຊະນິດ. ນີ້ແມ່ນຂໍ້ສະຫລຸບໃນບົດລາຍງານຂອງ ສປຊ ປະກາດໃນວັນທີ 13 ພຶດສະພາ.

        ຕາມບົດລາຍງານອາດຊະຍາກຳຄ້າຂາຍສັດປ່າໂລກ ຂອງ ຫ້ອງວ່າການ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ຂອບເຂດ ແລະ ຂອບຂະໜາດທົ່ວໂລກຂອງອາດຊະຍາກຳສັດປ່າຍັງໃຫຍ່ຫຼວງຢູ່. ລະອຽດຄື, ໃນໄລຍະ 2015 – 2021, ການເຄື່ອນໄຫວຄ້າຂາຍສັດປ່າຜິດກົດໝາຍຢູ່ 162 ປະເທດ ແລະ ເຂດແຄ້ວນ ໄດ້ສົ່ງຜົນສະທ້ອນເຖິງພືດ ແລະ ສັດປະມານ 4.000 ຊະນິດ. ມີປະມານ 3.250 ຊະນິດໃນຈຳນວນນີ້ໄດ້ມີລາຍຊື່ໃນສົນທິສັນຍາວ່າດ້ວຍການຄ້າຂາຍສາກົນ ບັນດາແນວພັນສັດ ແລະ ພືດປ່າທີ່ມີໄພສູນພັນ. ຈຸດເດັ່ນທີ່ຫາຍາກໜຶ່ງໃນວຽກງານປ້ອງກັນ, ຕ້ານການຄ້າຂາຍສັດປ່າ ແມ່ນໄພລ່າຈັບສັດ, ຈຳນວນຄະດີກ່ຽວກັບການການຄ້າຂາຍງາຊ້າງ ແລະ ເຂົາແຮດ ໃນທົດສະວັດຜ່ານມາຖືກຫລຸດລົງ.

ຕອບກັບ