ສັບ​ປະ​ດາ ໝາກ​ກ້ຽງ ເປືອກ​ໜ​າ ແລະ ຜະ​ລິດ​ຕະ​ພັນ OCOP ແຂ​ວງ ຮ່າ​ຢາງ ຢູ່ ຮ່າ​ໂນ້ຍ

Chia sẻ
(VOVWORLD) - ໝາກກ້ຽງ ເປືອກໜາ ຮ່າຢາງ ມີລັກສະນະສະເພາະ ແລະ ຄຸນນະພາບທີ່ແຕກຕ່າງເມື່ອທຽບໃສ່ ໝາກກ້ຽງ ຊະນິດອື່ນໆ, ໝາກໃຫຍ່ກ່ວາ, ມີລົດຫອມ, ຫວານ, ມີນ້ຳຫຼາຍ ແລະ ໄດ້ ຮັບການຕີລາຄາຈາກ ຊາວຮ່າໂນ້ຍວ່າ ແມ່ນຜະລິດຕະພັນສະອາດ, ແຊບ ແລະ ມີລົດຊາດພິເສດ.
ສັບ​ປະ​ດາ ໝາກ​ກ້ຽງ ເປືອກ​ໜ​າ ແລະ ຜະ​ລິດ​ຕະ​ພັນ OCOP ແຂ​ວງ ຮ່າ​ຢາງ ຢູ່ ຮ່າ​ໂນ້ຍ - ảnh 1

ໝາກກ້ຽງ ເປືອກໜາ ຮ່າຢາງໄດ້ແນະນຳ, ໂຄສະນາກັບຊາວນະຄອນ (ພາບ: baotintuc.vn)

ໃນລະຫວ່າງ ວັນທີ 20  - 22 ທັນວາ 2019, ຢູ່ບໍລິເວນ ອະນຸສາວະລີ ຫຼີ໊ຖ໊າຍໂຕ໋ (ເມືອງຮ່ວານກ໊ຽມ, ຮ່າໂນ້ຍ), ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈະສົມທົບ ແລະ ໜູນຊ່ວຍແຂວງຮ່າຢາງ ຈັດຕັ້ງສັບປະດາ ໝາກກ້ຽງ ເປືອກໜາ ແລະ ຜະລິດຕະພັນ OCOP ແຂວງ ຮ່າຢາງ ຢູ່ ຮ່າໂນ້ຍ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຮ້ານວາງສະແດງ ແລະ ຂາຍສິນຄ້າ 20 ຮ້ານ.

        ໝາກກ້ຽງ ເປືອກໜາ ຮ່າຢາງ ມີລັກສະນະສະເພາະ ແລະ ຄຸນນະພາບທີ່ແຕກຕ່າງເມື່ອທຽບໃສ່ ໝາກກ້ຽງ ຊະນິດອື່ນໆ, ໝາກໃຫຍ່ກ່ວາ, ມີລົດຫອມ, ຫວານ, ມີນ້ຳຫຼາຍ ແລະ ໄດ້ ຮັບການຕີລາຄາຈາກ ຊາວຮ່າໂນ້ຍວ່າ ແມ່ນຜະລິດຕະພັນສະອາດ, ແຊບ ແລະ ມີລົດຊາດພິເສດ.

ຕອບກັບ