ສືບ​ຕໍ່​ວຽກ​ງານ​ກະ​ກຽມ​ກໍ່​ສ້າງ​ສູນ​ບໍ​ລິ​ຫານ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ແຫ່ງ​ຊາດ

Chia sẻ
(VOVWORLD) - ກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດຈະສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງ, ດັດແກ້, ປັບປຸງໜ້າທີ່ສ້າງແຜນຜັງໃນການປ້ອງກັນຕ້ານໄພທຳມະຊາດໃນການວາງແຜນຜັງຂະແໜງປ້ອງກັນ, ຕ້ານໄພທຳມະຊາດ, ຊົນລະປະທານໃຫ້ສຳເລັດ; ສ້າງແຜນຮ່າງ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານປ້ອງກັນ, ຕ້ານໄພທຳມະຊາດ”
ສືບ​ຕໍ່​ວຽກ​ງານ​ກະ​ກຽມ​ກໍ່​ສ້າງ​ສູນ​ບໍ​ລິ​ຫານ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ແຫ່ງ​ຊາດ - ảnh 1

ໂຄງການ ຕະຄອງວູງລຽມ ປະກອບສ່ວນເຂົ້າການຮັບມືກັບການນ້ຳທະເລຊຶມເຂົ້າ   ຢູ່ເມືອງ ວູງລຽມ

(ແຂວງ ວິງລອງ) (ພາບ: TTXVN)

ວັນທີ 27 ກຸມພາ, ກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກົມໃຫຍ່ຈະສຸມໃສ່ຮັບເອົາຄຳເຫັນ ອະພິປາຍຢ່າງຈະແຈ້ງບັນດາຄຳຄິດເຫັນຂອງບັນດາກະຊວງ, ຂະແໜງການກ່ຽວກັບຍຸດທະສາດແຫ່ງຊາດໃນການປ້ອງກັນ, ຕ້ານ ແລະ ຫຼຸດຜ່ອນໄພທຳມະຊາດ, ພ້ອມທັງສືບຕໍ່ວຽກງານກະກຽມສ້າງສູນບໍລິຫານການປ້ອງກັນ, ຕ້ານໄພທຳມະຊາດແຫ່ງຊາດ. ຄຽງຄູ່ກັນນັ້ນ, ກົມໃຫຍ່ຈະສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງ, ດັດແກ້, ປັບປຸງໜ້າທີ່ສ້າງແຜນຜັງໃນການປ້ອງກັນຕ້ານໄພທຳມະຊາດໃນການວາງແຜນຜັງຂະແໜງປ້ອງກັນ, ຕ້ານໄພທຳມະຊາດ, ຊົນລະປະທານໃຫ້ສຳເລັດ; ສ້າງແຜນຮ່າງ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານປ້ອງກັນ, ຕ້ານໄພທຳມະຊາດ”. ກົມໃຫຍ່ກໍ່ໄດ້ປະຕິບັດວຽກງານເປັນເສນາທິການໃນການຊີ້ນຳ - ນຳພາການຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ຕອບກັບ