ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ

Chia sẻ
ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ

ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດກ​ອງປະຊຸມ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນຂອງນັກຮຽນ​ຮູ້, ນັກ​ປັນຍາ​ຊົນ, ນັກ​ກົດໝາຍ, ຜູ້​ທີ່ດີ​ເດັ່ນໃນບັນ​ດາ​ເຜົ່າ​ສ່ວນ​ນ້ອຍ, ຜູ້​ມີ​ຍົດ​ຖາ​ບັນດາສັກ​ທາງສາສະໜາ ທີ່ປະກອບ​ຄຳ​ຄິດ​ຄຳເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປ​ັງປຸງ. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປ​ັງປຸງ ສືບ​ຕໍ​່ຢືນຢັນ ​ແລະ ສະ​ແດງ​ໃຫ້ເຫັນແຈ້ງແນວ​ຄິດ​ເສີມຂະຫຍາຍ​ກຳລັງ​ແຮງ​​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​, ຖື​​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ກຳລັງ​ຊຸກຍູ້, ​ແມ່ນແຫຼ່ງກຳລັງ​ແຮງ​ທີ່​ໃຫຍ່​ຫຼວງ​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ແຕ່​ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ກຳນົດທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ບັນດາ​ເຜົ່າ ​ແລະ ສາມັກຄີ​ບັນດາເຜົ່າ; ສິດ ​ແລະ ພັນທະ​ສະ​ເໝີ​ພາບ​ຂອງ​ບັນດາ​ເຜົ່າ; ບັນດາ​ຫຼັກການ, ນະ​ໂຍບາຍ​ແກ້​ໄຂ​ບັນຫາ​ຊົນ​ເຜົ່າ; ໜ້າ​ທີ່​ຮັບປະກັນ​ຂອງ​ລັດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ບັນດາ​ເຜົ່າ... ກ່ຽວ​ກັບ​ບັນຫາ​​ເຫຼື້ມໃສ​ສາ​ສະໜາ ​ໄດ້​ມີ​ຂໍ້​ກຳນົດ​ຢ່າງ​ລະອຽດ​ໃນ​ມາດຕາ​ 25 ຂອງ​​ຮ່າງ​ລັດຖະທຳ​ມະນູນ​. ​ແຕ່​ພະ​ມະຫາ​ອາຈານ ທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ​ງານ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້ຖື​ວ່າ.

“ມາດຕາ​ 25 ຕ້ອງ​ໄດ້​ເພີ່ມ​ເຕີມຕື່ມ​ອີກ​ມາດຕາ​ໜຶ່ງ​ທີ່​ວ່າ; ລັດ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ອົງການ​ສາສະໜາ​ເຄື່ອນ​ໄຫວ​ຖືກ​ຕາມ​ກົດໝາຍ, ທຳນຽມ, ຂໍ້ກຳນົດຂອງບັນດາ​ສາສະໜາທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ລັດ. ບັນ​ຫາ​ນີ້​, ລັດ​ຍັງ​ຮັບປະກັນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ອົງການ​ສາສະໜາ​ເຄື່ອນ​ໄຫວ​ຖືກ​ຕາມ​ກົດໝາຍ. ນັ້ນ​ແມ່ນ​ບັນດາ​ຂໍ​້ກຳນົດ​ທີ່​ມີ​ຢູ່​ແລ້ວ, ​ແຕ່​ປະຈຸ​ບັນ​ຕ້ອງ​ນຳ​ເຂົ້າ​ລັດຖະທຳ​ມະນູນ​ແມ່ນ​ດີ​ທີ່​ສຸດ ​ເພື່ອ​ໃຫ້​ປະຊາຊົນ ​ແລະ ໂລກຊາບວ່າ ພວກ​ເຮົາ​ພວມ​ເອົາ​ໃຈ​ໃສ່ ​ແລະ ຮັບປະກັນ​ຊີວິດ​ສາສະໜາ​ໃຫ້​ແກ່​ຜູ້​ທີ່​ເຊື່ອ​ຖື​ສາສະໜາ”.