ສິ້ນສຸດການດໍາເນີນການກວດກາ ແລະ ຢັ້ງຢືນຜົນການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍຊຸດທີ 6

Chia sẻ
(VOVWORLD) -ຄະນະກໍາມະການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ (NEC) ວັນທີ 7 ສິງຫາ ໄດ້ຖະແຫຼງກ່ຽວກັບການສິ້ນສຸດການດໍາເນີນການກວດກາ ແລະ ຢັ້ງຢືນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຂອງປະເທດນີ້ ເຊິ່ງໄດ້ດໍາເນີນເມື່ອວັນທີ 29 ກໍລະກົດ.

ສິ້ນສຸດການດໍາເນີນການກວດກາ ແລະ ຢັ້ງຢືນຜົນການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍຊຸດທີ 6 - ảnh 1ຜູ້ມີສິດເລືອກຕັ້ງກໍາປູເຈຍໄປປ່ອນບັດ

(Chanh Da/TTXVN)

ໄລຍະການກວດກາ ແລະ ຢັ້ງຢືນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ໂດຍ NEC ປະຕິບັດໃນລະຫວ່າງວັນທີ 3 – 6 ສິງຫາ. ຕາມ NEC ແລ້ວ, ຜ່ານການກວດກາ ບໍ່ພົບເຫັນມີຂໍ້ຜິດພາດໃດໆ ທີ່ກ່ຽວຂ້ອງເຖິງຜົນຂອງການເລືອກຕັ້ງ.

        ເລື່ອງ NEC ສ້າງຕັ້ງຄະນະກໍາມະການກວດກາ ແລະ ຢັ້ງຢືນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຂຶ້ນ ແມ່ນເມື່ອ NEC ໄດ້ຮັບໃບຮ້ອງທຸກຈໍານວນກວ່າ 2.500 ໃບ. ຕາມແຜນການແລ້ວ, NEC ຈະປະກາດຜົນເບື້ອງຕົ້ນໃນວັນທີ 11 ສິງຫາ ແລະ NEC ຈະປະກາດຜົນຢ່າງເປັນທາງການໃນວັນທີ 15 ສິງຫາ ຈະມາເຖິງ.

        ການເລືອກຕັ້ງສະພາແຫ່ງຊາດ ກໍາປູເຈຍ ຊຸດທີ 6 ມີ 20 ພັກ ການເມືອງ ເຂົ້າຮ່ວມການຫາສຽງເລືອກຕັ້ງ ເພື່ອຍາດເອົາທີ່ນັ່ງໃນຈໍານວນ 125 ທີ່ນັ່ງສະມາຊິກສະພາແຫ່ງຊາດ. NEC ໃຫ້ຮູ້ວ່າ ການເລືອກຕັ້ງສະພາແຫ່ງຊາດໄດ້ສໍາເລັດລົງ ດ້ວຍຈໍານວນຜູ້ມີີສິດເລືອກຕັ້ງໄປປ່ອນບັດ ແມ່ນ 82,17%. ຈໍານວນຜູ້ມີສິດເລືອກຕັ້ງໄປປ່ອນບັດໃນຄັ້ງນີ້ ແມ່ນສູງກວ່າຫຼາຍ ເມື່ອທຽບໃສ່ຈໍານວນຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5, ປີ 2013, ດ້ວຍຈໍານວນຜູ້ມີສິດເລືອກຕັ້ງ ຫຼາຍກວ່າ 69,6% ໄປປ່ອນບັດ.

ຕອບກັບ